ື້News About LAOS

News About Lao ( Culture, Social, Events ,Festival, Economy)

ກອງປະຊຸມຮັບຮອງຜົນການປະເມີນໄລຍະຕົ້ນ ຕາມດຳລັດເລກທີ 348/ລບ

ກອງປະຊຸມຮັບຮອງຜົນການປະເມີນໄລຍະຕົ້ນ ຕາມດຳລັດເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ເມືອງຄຳເກີດ
ວັນທີ 23 ມີນາ 2023 ຢູ່ທີ່ຫ້ອງວ່າການປົກຄອງເມືອງຄຳເກີດ ໄດ້ຈັດກອງປະຊຸມຮັບຮອງຜົນການປະເມີນໄລຍະຕົ້ນ ຕາມດຳລັດເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ເມືອງຄຳເກີດ. ເຂົ້າຮ່ວມເປັນປະທານໂດຍທ່ານ ບຸນຍົມ ຫຼວງບຸນມາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຄຳເກີດ, ມີບັນດາທ່ານຄະນະບໍລິຫານງານພັກເມືອງ, ຄະນະຊີ້ນໍາວຽກງານການປະເມີນຕາມດຳລັດ 348/ລບ ຂັ້ນແຂວງ, ຂັ້ນເມືອງ, ຫົວໜ້າ ຫຼື  ຄະນະຫ້ອງການ, ພ້ອມວິຊາການຮັບຜິດຊອບວຽກງານດັ່ງກ່າວ, ມີຫົວໜ້າກອງກໍ່ສ້າງຮາກຖານການເມືອງ 8 ເຂດ, ນາຍບ້ານ 11 ບ້ານເຂດເທດສະບານ, ນາຍບ້ານໂພນແພງ ແລະ ນາຍບ້ານທ່າແວ້ງ ເຂົ້າຮ່ວມ. ໃນພິທີ ທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ບົດລາຍງານການຈັດຕັ້ງປະຕິບັດ ການປະເມີນຜົນ ໄລຍະຕົ້ນ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ເມືອງຄຳເກີດ ທ່ານໃຫ້ຮູ້ວ່າ: ເມືອງຄຳເກີດຫ່າງຈາກເທດສະບານແຂວງບໍລິຄໍາໄຊ ໄປທາງທິດຕາເວັນອອກປະມານ 185 ກິໂລ ແມັດ, ມີເນື້ອທີ່ທັງໝົດ 2.510 ກິໂລຕາແມັດ, ເປັນເຂດພູດອຍກວມ 2/3 ຂອງເນື້ອທີ່ທັງໝົດ, ທິດເໜືອຕິດກັບເມືອງໄຊຈຳພອນ, ທິດໃຕ້ຕິດກັບເມືອງນາກາຍ ແຂວງຄໍາມ່ວນ, ທິດຕາເວັນອອກຕິດກັບເມືອງເຮືອງເຊີນ ແລະ ເມືອງວູ່ກວາງ ແຂວງຮ່າຕິງ ສ.ສ ຫວຽດນາມ, ທິດຕາເວັນຕົກຕິດກັບ ເມືອງວຽງທອງ ແຂວງບໍລິຄຳໄຊ ແລະ ເມືອງຄູນຄຳ ແຂວງຄຳມ່ວນ, ມີເສັ້ນທາງເລກ 8 ຜ່ານເມືອງຄຳເກີດ. ຜົນການຈັດຕັ້ງປະຕິບັດການປະເມີນໄລຍະຕົ້ນຕາມດຳລັດ 348/ລບ: ຜ່ານການປະເມີນຕົວຈິງ ສາມາດສັງລວມດ້ານຕົວເລກແຕ່ລະມາດຕະຖານ ຄອບຄົວພົ້ນທຸກ ແລະ ມາດຕະຖານຄອບຄົວພັດທະນາ. ມີທັງໝົດ 62 ບ້ານ, ມີ 11.737 ຄອບຄົວ, ຫຼຸດຈາກປີ 2020, ມີ 907 ຄອບຄົວ, ເທົ່າກັບ 7,16%, ພົນລະເມືອງ 65.501 ຄົນ, ຍິງ 32.132 ຄົນ, ຫຼຸດລົງ 7.970 ຄົນ, ມີຄອບຄົວພົ້ນທຸກ 8.818 ຄອບຄົວ, ເທົ່າກັບ 75,13%; ຫຼຸດລົງຈາກປີ 2020, ມີ 3.395 ຄອບຄົວ,ເທົ່າ 26,80%, ຄອບຄົວບໍ່ພົ້ນທຸກ, ມີ 2.919 ຄອບຄົວ, ກວມ 24,48%, ຄອບຄົວພັດທະນາມີ 7.424 ຄອບຄົວ, ເທົ່າກັບ 63,25%; ຫຼຸດລົງຈາກປີ 2020, ມີ 3.844 ຄອບຄົວ, ກວມ 30,35%, ຄອບຄົວບໍ່ທັນພັດທະນາ 4.313 ຄອບຄົວ, ເທົ່າກັບ 34,05%; ). ເມືອງຄຳເກີດ ມີບ້ານທີ່ບັນລຸ 8 ມາດຖານຂອງບ້ານພົ້ນທຸກທັງໝົດ 62 ບ້ານ, ເທົ່າກັບ 100%. ບ້ານທີ່ບັນລຸ 88 ຕົວຊີ້ວັດຂອງບ້ານພັດທະນາມີ 1 ບ້ານ, ເທົ່າກັບ 6,61%, ບ້ານບໍ່ບັນລຸ 88 ຕົວຊີ້ວັດ, ບ້ານພັດທະນາມີ 61 ບ້ານ, ເທົ່າກັບ 98,39%. ບ້ານເປົ້າ ໝາຍສ້າງເປັນບ້ານໃຫຍ່ສີສັນຕົວເມືອງນ້ອຍໃນຊົນບົດ, ມີ 16 ມາດຖານຂອງເມືອງຄຳເກີດ ແມ່ນບ້ານໃຫຍ່ທົ່ງແສນ: ບັນລຸ 13 ມາດຕະຖານ, ບໍ່ບັນລຸ 3 ມາດຕະຖານ ແລະ ບ້ານໜອງກອກ: ບັນລຸ 13 ມາດຕະຖານ, ຍັງບໍ່ບັນລຸ 3 ມາດຕະຖານ.
ຫລັງຈາກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນໃສ່ໂຕເລກ ຜົນການປະເມີນ ຂໍ້ມູນຂອງແຕ່ລະມາດຖານ ເພື່ອເປັນເອະພາບ ແລະ ຮັບຮອງ ພ້ອມທັງມີຄຳເຫັນແລກປ່ຽນ ແລະ ຖອດຖອນບົດຮຽນຜົນການປະເມີນຕາມດຳລັດ 348/ລບ ຂອງເມືອງຄຳເກີດ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ບັນລຸຄາດໝາຍ ແຜນການທີວາງໄວ້ໃຫ້ໄດ້ຮັບຜົນດີເປັນກ້າວໆ.
ໃນຕອນທ້າຍ ທ່ານ ບຸນຍົມ ຫຼວງບຸນມາ ຄະນະປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຄຳເກີດ ປະທານກອງປະຊຸມໄດ້ໃຫ້ກຽດຂື້ນໂອ້ລົມວ່າ: ກ່ອນອື່ນທ່ານກໍໄດ້ຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ສະຫຼະເຫື່ອແຮງ, ສະຕິປັນຍາຈົນສາມາດຈັດຕັ້ງປະຕິບັດບັນລຸບັນດາຄາດໝາຍ ແລະ ຕົວຊີ້ວັດດ້ານຕ່າງໆ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ ຄະນະຊີ້ນຳຂັ້ນແຂວງ, ຂັ້ນເມືອງ ພ້ອມວິຊາການຮັບຜິດຊອບວຽກງານດັ່ງກ່າວ ຕ້ອງສືບຕໍ່ລົງກວດກາຄອບຄົວ, ພົນລະເມືອງ ທີ່ຕົກຫຼົ້ນຢູ່ໃນແຕ່ລະບ້ານ ໃຫ້ມີຜົນສໍາເລັດຕາມແຜນທີ່ວາງໄວ້.
ຂ່າວ ສີວັນ

Ted Festival At Ban NAPE

Ted Festival At Ban NAPE







 
P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net