ື້News About LAOS

News About Lao ( Culture, Social, Events ,Festival, Economy)

ທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຫົວໜ້າກົມການສຶກສາຊັ້ນສູງ, ຫົວໜ້າຄະນະຮັບຜິດຊອບໂຄງການ SSHEP. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີບັນດາຄະນະກຳມະການ ແລະ ນັກຄົ້ນຄວ້າຈາກ 4  ມະຫາວິທະຍາໄລ (ມຊ, ມຈ, ມສ ແລະ ມຂ)

ໃນລະຫວ່າງວັນທີ 9-11 ພຶດສະພາ 2023 ທີ່ຜ່ານມານີ້ ໄດ້ມີການຈັດຕັ້ງກອງປະຊຸມຮັບຮອງຜົນການຄົ້ນຄວ້າວິທະຍາສາດ ພາຍໃຕ້ທຶນ Competitive Research Fund (CRF) ຊຸດທີ 1 ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຊັ້ນສູງໄລຍະສອງ (SSHEP) ຂຶ້ນ ທີ່ຣີສອດນາປ່າກວາງ, ທ່າລາດ ແຂວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ໄດ້ຮັບກຽດເປັນເຂົ້າຮ່ວມເປັນປະທານ ໂດຍ ທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຫົວໜ້າກົມການສຶກສາຊັ້ນສູງ, ຫົວໜ້າຄະນະຮັບຜິດຊອບໂຄງການ SSHEP. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີບັນດາຄະນະກຳມະການ ແລະ ນັກຄົ້ນຄວ້າຈາກ 4  ມະຫາວິທະຍາໄລ (ມຊ, ມຈ, ມສ ແລະ ມຂ) ທີ່ໄດ້ຮັບທຶນໃນການດຳເນີນໂຄງການຄົ້ນຄວ້າວິທະຍາສາດ ຈຳນວນ 31 ຫົວຂໍ້ ຊຶ່ງແບ່ງອອກເປັນ 5 ກຸ່ມສາຂາວິຊາດັ່ງນີ້:
- ກຸ່ມທີ 1: ສຶກສາສາດ ຈຳນວນ 5 ຫົວຂໍ້
- ກຸ່ມທີ 2 ພາສາສາດ ຈຳນວນ 4 ຫົວຂໍ້
- ກຸ່ມທີ 3: ເສດຖະສາດ, ທ່ອງທ່ຽວ, ທຸລະກິດ, ນິຕິສາດ ແລະ ສັງຄົມສາດ ຈຳນວນ 5 ຫົວຂໍ້
- ກຸ່ມທີ 4: ວິທະຍາສາດ, ວິສະວະກຳສາດ, ສະຖາປັດຕະຍະກຳສາດ, ເຕັກໂນໂລຊີ, ໄອທີ, ວິທະຍາສາດການກິລາ ຈຳນວນ 10 ຫົວຂໍ້
- ກຸ່ມທີ 5: ກະເສດສາດ, ປ່າໄມ້, ສິ່ງແວດລ້ອມ, ວິທະຍາສາດອາຫານ ແລະ ຊັບພະຍາກອນນ້ຳ ຈຳນວນ 8 ຫົວຂໍ້
ໃນກອງປະຊຸມໃນຄັ້ງນີ້, ນອກຈາກໄດ້ຮັບຟັງການນຳສະເໜີຜົນຂອງການຄົ້ນຄວ້າ ຂອງແຕ່ລະຫົວຂໍ້ ຈາກບັນດານັກຄົ້ນຄວ້າຂອງ 4 ມະຫາວິທະຍາໄລແລ້ວ, ບັນດາຄະນະກຳມະການ ຍັງໄດ້ປະກອບຄຳເຫັນ ແລະ ຄຳສະເໜີແນະ ໃຫ້ແກ່ນັກຄົ້ນຄວ້າເພື່ອປັບປຸງບົດຄົ້ນຄວ້າໃຫ້ດີຂຶ້ນ, ສາມາດຕໍ່ຍອດເປັນຜະລິດຕະພັນ ຫຼື ຕີພິມເຜີຍແຜ່ລົງວາລະສານສາກົນໄດ້. ພ້ອມນັ້ນ, ຍັງໄດ້ໃຫ້ຄະແນນປະເມີນແຕ່ລະຫົວຂໍ້ ເພື່ອເປັນຂໍ້ມູນໃຫ້ແກ່ໂຄງການ ໃນການລາຍງານແກ່ຜູ້ໃຫ້ທຶນຕໍ່ໄປ.
ນັບແຕ່ປີ 2020, ໂຄງການ SSHEP ໄດ້ໃຫ້ທຶນສະໜັບສະໜູນການຄົ້ນຄວ້າວິທະຍາສາດ (CRF) ໃຫ້ແກ່ນັກຄົ້ນຄວ້າຢູ່ໃນ 4 ມະຫາວິທະຍາໄລເປົ້າໝາຍຂອງໂຄງການ ຊຶ່ງລວມທັງໝົດ ມີຈຳນວນ 52 ຫົວຂໍ້. ມາຮອດປັດຈຸບັນ ບັນດາໂຄງການຄົ້ນຄວ້າດັ່ງກ່າວໄດ້ສຳເລັດສົມບູນເກືອບທັງໝົດແລ້ວ ຈຶ່ງໄດ້ມີການຈັດຕັ້ງກອງປະຊຸມຮັບຮອງຜົນການຄົ້ນຄວ້າຂຶ້ນ ຊຶ່ງຈະຈັດເປັນ 2 ຄັ້ງ. ຫຼັງຈາກນັ້ນ, ຈະມີການເຜີຍແຜ່ຜົນການຄົ້ນຄວ້າທັງໝົດ ໃຫ້ແກ່ພາກສ່ວນຕ່າງໆຊາບ ໂດຍຜ່ານກອງປະຊຸມວິຊາການ.

Dr PH

Higher Education

Lao Higher Education

Higher Education Meeting

Research & Development

Research Result Meeting

All Universities Of Laos to explain about own researching

All Universities gether to explain about own researching

Lao Higher Education

Education Research and Development

 

 
P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net