ື້News About LAOS

News About Lao ( Culture, Social, Events ,Festival, Economy)

ການຢ້ຽມຢາມເມືອງຄຳເກີດຂອງພະນະທ່ານເລຂາທິການໄຫຍ່

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ຢ້ຽມຢາມພື້ນທີ່ການຜະລິດຂອງປະຊາຊົນ ບ້ານນາຫາດ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ
ໃນວັນທີ 22 ມີນາ 2023 ນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມຂົງເຂດການຜະລິດເປັນສິນຄ້າຂອງປະຊາຊົນ ບ້ານນາຫາດ ເມືອງ ຄຳເກີດ ແຂວງ ບໍລິຄຳໄຊ, ໃຫ້ການຕ້ອນຮັບ ແລະ ນໍາພາລົງສູ່ພື້ນທີ່ການຜະລິດໂດຍມີ: ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ບໍລິຄຳໄຊ, ທ່ານ ເພັດສະໃໝ ໄຊຍະທິຈັກ  ກໍາມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງ ຄຳເກີດ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ ຄຳເກີດ ແລະ ພໍ່ແມ່ປະຊາຊົນຜູ້ປູກພືດເປັນສິນຄ້າ ບ້ານ ນາຫາດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ການຢ້ຽມຢາມພື້ນທີ່ການຜະລິດເປັນສິນຄ້າຂອງປະຊາຊົນຄັ້ງນີ້ ແມ່ນໄດ້ເຂົ້າເບິ່ງສວນປູກຜັກກະສິກຳອິນຊີ ແລະ ປູກເຮັດນາງລົມ.
ຫຼັງຈາກນັ້ນ ທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດ ລາຍງານການຈັດຕັ້ງປະຕິບັດ ວຽກງານກູ່ມປູກຜັກກະສິກຳອີນຊີບ້ານນາຫາດ ໃນໄລຍະຜ່ານມາ ທ່ານໃຫ້ຮູ້ວ່າ: ບ້ານນາຫາດ ແມ່ນບ້ານໜຶ່ງທີ່ຂຶ້ນກັບເຂດໜອງອໍ-ນາແປ, ເຊິ່ງປະຊາຊົນແມ່ນຖືເອົາການປູກຜັກເປັນສິນຄ້າ, ຢຶດຖືອາ ຊີບກະສິກຳເປັນຕົ້ນຕໍ ມາແຕ່ດົນນານແລ້ວ, ອີງໃສ່ຈຸດພິເສດສະພາບຂອງບ້ານນາຫາດ ດິນ, ນໍ້າ ແມ່ນມີ ຄວາມອຸດົມສົມບູນ, ສະພາບອາກາດເໝາະສົມແກ່ການປູກຜັກອິນຊີໃນເຮືອນຮົ່ມ, ສະນັ້ນ, ທາງຄະນະ ນໍາຂອງເມືອງ, ກໍ່ຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ອົງການຈັດຕັ້ງແຕ່ລະພາກສ່ວນ, ຈື່ງມີແຜນສຸມ ໃສ່ລົງຊຸກຍູ້-ສົ່ງເສີມ, ຊອກຫາແຫຼ່ງທຶນຮ້ອນເຂົ້າມາພັດທະນາ ກຸ່ມປູກຜັກສະອາດບ້ານນາຫາດ, ໃນຊຸມ ປີ 2001-2002 ໄດ້ມີໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ທ້ອງຖີ່ນລົງມາຊຸກຍູ້-ສົ່ງເສີມ ແລະ ປະເມີນຄວາມເປັນໄປໄດ້ ໃນການປູກຜັກສະອາດ, ເນື່ອງຈາກວ່າ ປະຊາຊົນໃນເຂດນີ້ມີຄວາມດຸໝັ້ນ; ຢຶດຖືອາຊີບປູກຝັງເປັນຫຼັກ, ຈື່ງໃຫ້ປະຊາຊົນລອງມາປູກຜັກກະສິກຳສະອາດ, ຕາມເຕັກນິກຂອງ ນັກວິຊາການ, ເພາະໃນເມື່ອກ່ອນປະຊາຊົນ ເຄີຍປູກຜັກແບບທຳມະຊາດ, ໃຊ້ຝຸ່ນມູນສັດເປັນຕົ້ນຕໍ, ເມື່ອໂຄງການໄດ້ສິ້ນສຸດລົງ, ປະຊາຊົນກໍ່ເລີ່ມຕົ້ນປູກເປັນຂະບວກການໃນປີ 2004, ມີ 15 ຄອບຄົວ; ການປູກຜັກສ່ວນຫຼາຍແມ່ນປູກໃນຊ່ວງເດືອນ 11-3 ຂອງທຸກໆປີ, ນອກນັ້ນແມ່ນປູກສຳລັບພໍ່ກຸ່ມກິນ; ປູກເພື່ອເກັບຮັກສາເປັນແນວພັນ, ຍ້ອນໃນຊ່ວງເດືອນ 12-2 ຂອງທຸກໆປີ, ພຶດຜັກມີຫຼາຍ ຂາຍບໍ່ໄດ້ ລາຄາ (ລາຄາຖືກ): ປະຊາຊົນຈຶ່ງບໍ່ເລືອກປູກ; ຕະຫຼອດໄລຍະປີ 2004 ເປັນຕົ້ນມາ. ເຮັດໃຫ້ຄອບຄົວ ປະຊາຊົນໃນ 15 ຄອບຄົວ. ທີ່ປູກຜັກມີການປ່ຽນແປງທ່າອ່ຽງດີຂຶ້ນເທື່ອລະກ້ວາ, ຈຶ່ງໄດ້ເປັນເປົ້າໝາຍ ຕົວແບບໃຫ້ແກ່ຄອບຄົວອື່ນໆ ຢູ່ພາຍໃນບ້ານ ເຮັດໃຫ້ຂະບວນການປູກຜັກບ້ານນາຫາດ ເປັນຂະບວນ ການຟົດຟືນໃນປະຈຸບັນມີເຖິງ 40 ຄອບຄົວ, ໄດ້ຫັນມາປູກຜັກສະອາດຕະຫຼອດປີ. ມາຮອດປີ 2020-2021 ໄດ້ຫັນປ່ຽນ ຈາກການປູກຜັກສະອາດ, ມາເປັນການປູກຜັກອິນຊີ, ມີສະມາຊິກທັງໝົດ 15 ຄອບຄົວ, ມີເຮືອນຮົ່ມ 21 ຫຼັງ, ແຕ່ງຕັ້ງຄະນະບໍລິຫານກຸ່ມປູກຜັກອິນຊີ 7 ທ່ານ ແລະ ໄດ້ແບ່ງເປັນ 4 ຈຸ, ສ່ວນ 25 ຄອບຄົວແມ່ນຍັງປູກຜັກສະອາດ. ຜົນໄດ້ຮັບໃນໄລຍະ 5 ປີຜ່ານມາ, ລາຍຮັບທັງໝົດ 2.464.000.000 ກີບ.ຕົ້ນທຶນການຜະລິດ (ທຶນຄົງທີ່ ແລະ ທຶນໝູນວຽນ) 1.392.000.000 ກີບ. ຜົນໄດ້ຮັບກຳໄລທັງໝົດ 1.072.000.000 ກີບ. ມາຮອດປີ 2022 ກຸ່ມປູກຜັກອິນຊີບ້ານນາຫາດ ໄດ້ຮັບໃບຢັ້ງຢືນມາດຕະຖານກະສິກຳອິນຊີລາວ ຈາກກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ເຊີ່ງມາຮອດປະຈຸບັນນີ້ສາມາດປູກຜັກອີນຊີໄດ້ທັງ 2 ລະດູການ, ສາມາດຕອບສະໜອງໃຫ້ແກ່ທ່ອງຕະຫຼາດພາຍໃນເມືອງ ແລະ ສົ່ງອອກຕ່າງແຂວງ, ໂດຍມີ ພໍ່ຄ້າ ແມ່ຄ້າຄົນກາງມາຮັບຊື້ຢູ່ກັບທີ່.
ຂ່າວ ສີວັນ

ການຢ້ຽມຢາມເມືອງຄຳເກີດຂອງເລຂາທິການໃຫຍ່ຂອງພັກ

ການຢ້ຽມຢາມເມືອງຄຳເກີດຂອງເລຂາທິການໃຫຍ່ຂອງພັກ

ຄວາມສາມັກຄີເປັນບໍ່ເກີດຂອງພະລັງສູ່ຄວາມສຳເລັດ

ຄວາມສາມັກຄີເປັນບໍ່ເກີດຂອງພະລັງສູ່ຄວາມສຳເລັດ





P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net