ື້News About LAOS

News About Lao ( Culture, Social, Events ,Festival, Economy)

"ວັນທີ 05 ເມສາ 2023, ສປປລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 04, ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ".

"ວັນທີ 05 ເມສາ 2023, ສປປລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 04, ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ".
(1). ຜູ້ເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງນີ້ ປະກອບມີ:
1. ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປລາວ;
2. ສົມເດັດ ອັກຄະມະຫາເສນາບໍດີ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ;
3.  ທ່ານ ຟາມ ມິງ ຈິງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ;
4. ທ່ານ ປອ. ສຸລະສີ ກິດຕິມົນທົນ, ເລຂາທິການສຳນັກງານຊັບພະຍາກອນນໍ້າແຫ່ງຊາດ ແຫ່ງ ຣາຊະອານາຈັກໄທຍ;
5. ທ່ານ ຫຼີ ກົວຫຍີງ, ລັດຖະມົນຕີກະຊວງຊັບພະຍາກອນນໍ້າແຫ່ງ ສາທາລະນະລັດ ປະຊາຊົນຈີນ;
6. ທ່ານ ລາ ມອງ ເທັນ, ຫົວໜ້າກົມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ອະນຸລັກສິ່ງແວດລ້ອມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ;
7. ພ້ອມດ້ວຍຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາເຂົ້າຮ່ວມ.
(2). ກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາກົນຄັ້ງນີ້:
1. ຈັດຂຶ້ນກົງກັບວັນສ້າງຕັ້ງຄະນະກໍາມາທິການແມ່ນໍ້າຂອງສາກົນ ຄົບຮອບ 28 ປີ, ເຊິ່ງຈັດຂຶ້ນພາຍໃຕ້ຫົວຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອແມ່ນໍ້າຂອງທີ່ໝັ້ນຄົງ ແລະ ຍືນຍົງ";
2. ເປັນຂີດໝາຍອັນສໍາຄັນ ແລະ ເປັນເວທີພົບປະຂອງການນຳຂັ້ນສູງຈາກປະເທດສະມາ ຊິກຄະນະກໍາມາທິການແມ່ນໍ້າຂອງສາກົນ ແລະ ຜູ້ຕາງໜ້າຈາກຄູ່ຮ່ວມເຈລະຈາ, ຄູ່ຮ່ວມພັດທະນາ ແລະ ອົງການຈັດ ຕັ້ງສາກົນທີ່ເຂົ້າຮ່ວມປືກສາຫາລືກ່ຽວກັບສະພາບການພັດທະນາ, ສິ່ງທ້າທາຍ ແລະ ກາລະໂອກາດຕ່າງໆ ໃນອ່າງແມ່ນໍ້າຂອງ;
3. ການແລກປ່ຽນຄວາມຮູ້ດ້ານນະວັດຕະກໍາ ແລະ ເສີມຂະຫຍາຍການຮ່ວມມື ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງໃຫ້ມີຄວາມຍືນຍົງ.
(3). ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຍົກໃຫ້ວ່າ:
1. ສປປ ລາວ ໄດ້ປະຕິບັດພັນທະສັນຍາແມ່ນໍ້າຂອງຢ່າງຕັ້ງໜ້າ ໂດຍສະເພາະການປະຕິບັດໜ້າທີ່ ແລະ ພາລະບົດ ບາດຂອງຄະນະກໍາມາທິການແມ່ນໍ້າຂອງສາກົນ ເຊິ່ງມີສຳນັກງານໃຫຍ່ຕັ້ງຢູ່ ສປປລາວ ແລະ ຕີລາຄາສູງຕໍ່ກັບຜົນ ສຳເລັດທີ່ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ ພາຍໃຕ້ການບໍລິຫານຂອງບັນດາຫົວໜ້າກອງເລຂາຄະນະກຳມາທິການແມ່ນໍ້າຂອງສາ ກົນໃນໄລຍະຜ່ານມາ;
2. ພິເສດ ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບກຽດເປັນຄັ້ງທໍາອິດໃນການປະຕິບັດໜ້າທີ່ເປັນຫົວໜ້າກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ, ເຊີ່ງທ່ານໄດ້ສະແດງຄວາມຊົມເຊີຍ ທ່ານ ປອ. ອານຸລັກ ກິດຕິຄຸນ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກບັນດາປະເທດສະມາຊິກໃນການຮັບໜ້າທີ່ອັນສຳຄັນຍິ່ງນີ້;
3. ພ້ອມທັງສະແດງຄວາມຫວັງວ່າ ບັນດາປະເທດສະມາຊິກ ຈະສືບຕໍ່ໃຫ້ການສະໜັບສະໜູນກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນໃນການຈັດຕັ້ງປະຕິບັດຍຸດທະສາດພັດທະນາອ່າງແມ່ນໍ້າຂອງ ສົກປີ 2021-2030, ບັນດາລະບຽບການ, ບົດແນະນຳຕ່າງໆ ທີ່ກ່ຽວຂ້ອງ ແລະ ຖະແຫຼງການວຽງຈັນທີ່ຮັບຮອງໃນກອງປະຊຸມຄັ້ງນີ້;
4. ແມ່ນໍ້າຂອງຖືເປັນໜຶ່ງໃນແມ່ນໍ້າຂະໜາດໃຫຍ່ຂອງໂລກ ທີ່ມີຄວາມອຸດົມສົມບູນໄປດ້ວຍລະບົບນິເວດ ແລະ ຊີວະນາໆພັນ ທີ່ຕິດພັນ.
(4). ພາຍຫລັງສໍາເລັດກອງປະຊຸມຄັ້ງນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ:
(ໜຶ່ງ). ກອງປະຊຸມສຸດຍອດຄັ້ງນີ້ ເລີ່ມຕົ້ນແຕ່ວັນທີ 02 ເຖິງວັນທີ 05 ເມສາ 2023, ໂດຍມີກອງປະຊຸມສໍາມະນາວິຊາການສາກົນ ແຕ່ວັນທີ 02-03 ເມສາ 2023 ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 600 ຄົນ ຈາກທົ່ວໂລກ ທີ່ສົນໃຈກ່ຽວກັບແມ່ນໍ້າຂອງ, ອັນເປັນເວທີສຳຄັນທີ່ບັນດາຜູ້ເຂົ້າຮ່ວມ ໄດ້ມີໂອກາດແລກ ປ່ຽນແນວຄິດ, ຄວາມຮູ້ແບບປະຍຸກທາງດ້ານວິຊາການ ແລະ ປະສົບການຕົວຈິງ ກ່ຽວກັບ ນະວັດຕະກໍາທີ່ກ່ຽວ ຂ້ອງກັບນໍ້າ ເພື່ອສົ່ງເສີມ ແລະ ຜັນຂະຫຍາຍການຮ່ວມມືໃນຂົງເຂດແມ່ນໍ້າຂອງ.
(ສອງ). ກອງປະຊຸມຍັງໄດ້ກັ່ນກອງເອົາແນວຄວາມຄິດ ກ່ຽວກັບການພັດທະນາ ແລະ ບັນຫາທີ່ສໍາຄັນຕ່າງໆ ໃນການຄຸ້ມຄອງອ່າງແມ່ນໍ້າຂອງ. ໃນວັນທີ 04 ເມສາ 2023, ໄດ້ມີກອງປະຊຸມລັດຖະມົນຕີ ເພື່ອກະ ກຽມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 04.
(ສາມ). ກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນຄັ້ງທີ 04, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າ ລັດຖະບານ ຈາກປະເທດສະມາຊິກ ໄດ້ຢັ້ງຢືນຄືນເຖິງຄຳໝາຍໝັ້ນທາງການເມືອງອັນສູງສົ່ງຂອງຕົນ ທີ່ມີຕໍ່ສັນຍາແມ່ນໍ້າຂອງປີ 1995 ກໍ່ຄືບົດບາດໜ້າທີ່ຫຼັກຂອງການຮ່ວມມື ເພື່ອພັດທະນານໍ້າ ແລະ ຊັບພະຍາກອນທີ່ກ່ຽວຂ້ອງກັບນໍ້າ ໃນອ່າງແມ່ນໍ້າຂອງຢ່າງຍືນຍົງ ໂດຍໄດ້ມີການຮັບຮອງຖະແຫຼງການວຽງຈັນ.
(ສີ່). ຖະແຫຼງການວຽງຈັນດັ່ງກ່າວ ໄດ້ສະແດງໃຫ້ເຫັນຜົນສໍາເລັດຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫຼງການສຽມຣຽບ ກໍ່ຄືນັບຕັ້ງແຕ່ກອງປະຊຸມສຸດຍອດ ຄັ້ງທີ 3 ຈົນເຖິງປັດຈຸບັນ, ລວມທັງການຢືນຢັນເຖິງການສືບຕໍ່ຈັດຕັ້ງປະຕິບັດຍຸດທະ ສາດພັດທະນາອ່າງແມ່ນໍ້າຂອງ ທີ່ອີງໃສ່ຫຼັກການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານ ແລະ ບັນດາຍຸດທະສາດ ກໍຄືບົດແນະນໍາ ແລະ ລະບຽບການຕ່າງໆ ທີ່ຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ຊ່ວຍຊຸກຍູ້ສົ່ງເສີມໃຫ້ປະເທດສະມາຊິກ ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ມີໂອກາດປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການນໍາໃຊ້ນໍ້າພາຍໃນອ່າງ.
(ຫ້າ). ຖະແຫຼງການວຽງຈັນ ຍັງໄດ້ກຳນົດຄວາມຄາດຫວັງໃນການສົ່ງເສີມແຜນດຳເນີນງານການຮ່ວມມືກັນ ເພື່ອສ້າງປະໂຫຍດສູງສຸດ ຈາກການໝູນໃຊ້ນະວັດຕະກຳໃໝ່ ເຂົ້າໃນການພັດທະນາເຄື່ອງມື ແລະ ນະໂຍບາຍ ເພື່ອຮັບມືກັບສິ່ງທ້າທາຍ ແລະ ຄວາມສ່ຽງຕ່າງໆທີ່ອາດຈະເກີດຂຶ້ນຢູ່ໃນອ່າງແມ່ນ້ຳຂອງ. ສະນັ້ນ, ນັບແຕ່ມື້ນີ້ເປັນຕົ້ນໄປບັນດາປະເທດສະມາຊິກ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດ ເນື້ອໃນຈິດໃຈຂອງຖະແຫຼງການວຽງຈັນ ໃຫ້ປະສົບຜົນສຳເລັດເປັນຢ່າງດີ.
(ຫົກ). ໃນນາມປະເທດເຈົ້າພາບກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງສາ ກົນ ຄັ້ງທີ 4 ນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈມາຍັງຄະນະຜູ້ແທນຈາກບັນດາປະເທດສະມາຊິກ, ຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການປະກອບສ່ວນໃຫ້ຄວາມຮ່ວມມື ແລະ ສະໜັບສະໜູນຕະຫຼອດມາ. ພ້ອມທັງສະ ແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງບັນດາສື່ມວນຊົນ ທີ່ໄດ້ມາຮ່ວມໃນພິທີໃນຄັ້ງນີ້ ແລະ ຂໍໃຫ້ນໍາເອົາຜົນກອງປະຊຸມໄປເຜີຍແຜ່ສູ່ສັງຄົມໃຫ້ໄດ້ຮັບຮູ້ຢ່າງກວ້າງຂວາງ.
KPL NEWS

Lao Prime Minister Sonesay SIPHANDONE

Lao Prime Minister Sonesay SIPHANDONE







P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net