ື້News About LAOS

News About Lao ( Culture, Social, Events ,Festival, Economy)

ເງື່ອນໄຂນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວລາວ

ເງື່ອນໄຂນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວລາວ
ເງື່ອນໄຂທີ່ນັກທ່ອງທ່ຽວຈະເຂົ້າມາທ່ຽວໃນເຂດທ່ອງທ່ຽວສີຂຽວຂອງ ສປປ ລາວ ຕ້ອງແມ່ນນັກທ່ອງທ່ຽວທີ່ມາເປັນໝູ່ຄະນະ ໂດຍຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ຕາມລາຍການທີ່ໄດ້ກໍານົດໃນຂອບເຂດທ່ອງທ່ຽວສີຂຽວ, ກ່ອນຈະເດີນທາງເຖິງ ສປປ ລາວ ນັກທ່ອງທ່ຽວຕ້ອງສັກວັກຊິນຄົບໂດສ ແລະ ກວດຫາເຊື້ອໂຄວິດ-19 ດ້ວຍລະບົບ RT-PCR ທີ່ມີຜົນເປັນລົບ ຫຼື ບໍ່ພົບເຊື້ອບໍ່ເກີນ 72 ຊົ່ວ ໂມງ; ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະພາບ ທີ່ມີວົງເງິນຄໍ້າປະກັນຢ່າງຕໍ່າ 50.000 ໂດລາ. ເມື່ອກຸ່ມນັກທ່ອງທ່ຽວໄດ້ເດີນທາງເຖິງ ສປປ ລາວ ຕ້ອງໄດ້ຜ່ານຕາມຂັ້ນຕອນມາດຕະຖານສຸຂະອະນາໄມໃນຂະແໜງການທ່ອງທ່ຽວ ແລະ ໂຮງແຮມ ລາວເຊັບ (Lao Safe) ແຈ້ງຂໍ້ມູນການສັກວັກຊິນຄົບໂດສ ແລະ ຢັ້ງຢືນການກວດຫາເຊື້ອໂຄວິດ-19 ທີ່ມີຜົນເປັນລົບ ຫຼື ບໍ່ພົບເຊື້ອບໍ່ເກີນ 72 ຊົ່ວໂມງ ກ່ອນວັນເດີນທາງເຂົ້າ ສປປ ລາວ ກວດອຸນຫະພູມຮ່າງກາຍຜ່ານກ້ອງຈັກຄວາມຮ້ອນ, ນັກທ່ອງທ່ຽວທຸກຄົນຕ້ອງຜ່ານການເກັບຕົວຢ່າງເພື່ອກວດຫາເຊື້ອໂຄວິດ-19 ເຖິງວ່າຈະມີການຢັ້ງຢືນການກວດຫາເຊື້ອພາຍໃນ 72 ຊົ່ວໂມງຜ່ານມາແລ້ວກໍຕາມ ຫຼັງຈາກນັ້ນ ຈຶ່ງແມ່ນຂັ້ນຕອນການແຈ້ງໜັງສືຜ່ານແດນ ໂດຍຕໍາຫຼວດກວດຄົນເຂົ້າເມືອງຕາມລະບຽບຂອງ ສປປ ລາວ, ຫຼັງຈາກນັກທ່ອງທ່ຽວຮັບກະເປົາເຄື່ອງແລ້ວກໍຈະຖືກຕ້ອນ ຮັບ ແລະ ການບໍລິການຈາກບໍລິສັດທ່ອງທ່ຽວ ເພື່ອເດີນທາງໄປພັກທີ່ໂຮງແຮມທີ່ໄດ້ກໍານົດໄວ້, ເມື່ອເດີນ ທາງມາເຖິງໂຮງແຮມ ກໍຈະໄດ້ຮັບການບໍລິການດ້ານສຸຂະອະນາໄມ ຕາມມາດຕະຖານ ລາວເຊັບ ເພື່ອປ້ອງກັນພະຍາດໂຄວິດ-19 ຫຼັງຈາກນັ້ນ, ຈຶ່ງໃຫ້ນັກທ່ອງທ່ຽວໄດ້ມີເວລາພັກຜ່ອນຢູ່ໂຮງແຮມເພື່ອລໍຖ້າຜົນກວດບໍ່ເກີນ 24 ຊົ່ວໂມງ, ໃນໄລຍະນີ້ກໍລະນີຜົນກວດຂອງນັກທ່ອງທ່ຽວມີເຊື້ອເປັນບວກ ຫຼື ຕິດເຊື້ອໂຄວິດ-19 ແມ່ນຂັ້ນຕອນນໍາໄປຮັກສາປິ່ນປົວຢູ່ໂຮງໝໍທີ່ລັດຖະບານກໍານົດໄວ້, ຂັ້ນຕອນການນໍາພານັກທ່ອງທ່ຽວໄປຮ້ານອາຫານທີ່ໄດ້ກໍານົດໄວ້ ທ່ຽວແບບປະທັບໃຈ ໝັ້ນໃຈ ແລະ ປອດໄພຈາກພະຍາດໂຄວິດ-19
(ຂ່າວ-ພາບ: ຍຸພິນທອງ)
ໜັງສືພີມປະຊາຊົນ

f:id:netz96:20220104185543j:plain

f:id:netz96:20220104185522j:plain

f:id:netz96:20220104185446j:plain

Lao Open for Tourism
 

ພາກລັດ ແລະ ພາກທຸລະກິດ ຫາລືກະກຽມ ແຜນເປີດປະເທດ ຕ້ອນຮັບນັກທ່ອງທ່ຽວ

ພາກລັດ ແລະ ພາກທຸລະກິດ ຫາລືກະກຽມ
ແຜນເປີດປະເທດ ຕ້ອນຮັບນັກທ່ອງທ່ຽວ
ຂປລ. ໃນວັນທີ 16 ພະຈິກ 2021 ນີ້, ພາກລັດ ແລະ ພາກທຸລະກິດ ໄດ້ຮ່ວມກອງປະຊຸມແບບທາງໄກ ເພື່ອປຶກສາຫາລືການກະກຽມແຜນເປີດປະເທດ ຕ້ອນຮັບນັກທ່ອງທ່ຽວ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມ, ໄດ້ປຶກສາຫາລືຫລາຍບັນຫາສຳຄັນ ເພື່ອຄົ້ນຄວ້າກໍານົດອອກເປັນນະໂຍບາຍລວມ, ມີຄວາມເປັນເອກະພາບບັນດາຂັ້ນຕອນ ໃນການຈັດຕັ້ງປະຕິບັດ, ແນໃສ່ກຳນົດວິທີການ, ກົນໄກ, ການປະສານງານ ແລະ ຄວາມເປັນເອກະພາບ ຂັ້ນຕອນໃນການເປີດປະເທດ ໂດຍສະເພາະເພື່ອຕ້ອນຮັບນັກທ່ອງທ່ຽວ, ເຊິ່ງຈະໄດ້ກຳນົດຈຸດ ຫລື ສະຖານທີ່ ທີ່ຈະເປີດການທ່ອງທ່ອງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວ ຕໍ່ມາດຕາການຮັກສາຄວາມປອດໄພຂອງ ສປປ ລາວ ເຊິ່ງເປັນປັດໄຈສໍາຄັນຕົ້ນຕໍ ໃນການດຶງດູດນັກທ່ອງທ່ຽວເຂົ້າປະເທດ ໃນສະພາບທີ່ມີການແພ່ລະບາດຂອງພະຍາດໂຄວິດ-19.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ຮູ້ວ່າ: ການເປີດປະເທດຂອງພວກເຮົາ ແມ່ນບໍ່ສາມາດເປີດພ້ອມກັນໄດ້ບາດດຽວ ຕ້ອງໄດ້ເປີດເປັນແຕ່ລະຂະແໜງການ. ສໍາລັບຂົງເຂດການທ່ອງທ່ຽວ ກໍເຊັ່ນດຽວກັນຕ້ອງໄດ້ເບິ່ງສະພາບຕົວຈິງ ໂດຍເລີ່ມຈາກ ບັນດາແຂວງທີ່ມີທ່າແຮງດ້ານການທ່ອງທ່ຽວ, ເຊິ່ງສ່ວນຫລາຍແຂວງທີ່ມີທ່າແຮງພັດມີສະພາບການລະບາດຂອງພະຍາດໂຄວິດ-19 ໃນລະດັບຕົ້ນໆຂອງປະເທດ ເປັນຕົ້ນ ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ແຂວງວຽງຈັນ(ວັງວຽງ) ແລະ ແຂວງຈຳປາສັກ ແຕ່ພວກເຮົາກໍຕ້ອງໄດ້ຄົ້ນຄວ້າມາດຕາການແກ້ໄຂ. ຕໍ່ບັນຫາດັ່ງກ່າວ, ກະ ຊວງ ຖວທ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດກອງປະ ຊຸມປຶກສາຫາລື ມາກ່ອນໜ້ານີ້ແລ້ວ ເຫັນວ່າພາກທຸລະກິດສ່ວນຫລາຍ ແມ່ນມີຄວາມພ້ອມ ແຕ່ກໍຍັງມີຄວາມກັງວົນ ຍ້ອນພາກລັດບໍ່ທັນມີນະໂຍບາຍ, ນິຕິກໍາ ໃນການເປີດປະເທດໃນສະພາບການແພ່ລະບາດຂອງພະຍາດໂຄວິດ-19.
ການເປີດປະເທດ ແລະ ເປີດການທ່ອງທ່ຽວນັ້ນ, ແຕ່ລະຂະແໜງການຕ້ອງມີການກຽມພ້ອມ, ມີແຜນຮອງຮັບ ແລະ ມາດຕາການລະອຽດໃນການຮັກສາຄວາມປອດໄພ, ປ້ອງກັນການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ ເວລານັກທ່ອງທ່ຽວເຂົ້າມາແລ້ວຈະມີການກັກຕົວແນວໃດ, ຖ້າມີການຕິດເຊື້ອຈະປິ່ນປົວຮັກສາແນວໃດ ແລະ ມາດຕະການປ້ອງກັນອື່ນໆ.
ຂ່າວ-ພາບ: ທະນູທອງ
KPL

Prepare for Opening to Welcome Tourism to Lao

Lao Authority Prepare for Open for Tourism

Meeting about Open the Door for Tourism near Future

Minister Of Information, Culture and Tourism

Thakek Sikodthabong Stupa in Khammouane Province Lao

Khammouane Province Cultural Tour Spot Lao PDR !

 

ກວດພົບໂຄງການມູນຄ່າເກີນຈິງ ແລະ ນອກແຜນ ຫລາຍຮ້ອຍຕື້ກີບ

ກວດພົບໂຄງການມູນຄ່າເກີນຈິງ ແລະ ນອກແຜນ ຫລາຍຮ້ອຍຕື້ກີບ
ຕາມການລາຍງານຂອງ ຂປລ ໃນຕອນບ່າຍວັນທີ 3 ພະຈິກ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ(ສສຊ) ໃນຫລາຍບັນຫາກ່ຽວກັບ ການຄຸ້ມຄອງບັນດາໂຄງການລົງທຶນໃນຂອບ ເຂດທົ່ວປະ ເທດ, ແຕ່ບັນຫາທີ່ ສສຊ ມີຄວາມສົນໃຈຫລາຍອີກປະການໜຶ່ງ ກໍແມ່ນຄວາມຄືບໜ້າໃນການກວດກາ ຄືນໂຄງການທີ່ມີມູນຄ່າສູງເກີນຈິງ ແລະ ວິທີແກ້ໄຂຂອງລັດຖະບານ.
ຕໍ່ບັນຫານີ້, ທ່ານ ສອນໄຊ ສີພັນດອນ ໄດ້ຊີ້ແຈງວ່າ: ຜ່ານມາ, ລັດຖະບານ ໄດ້ດໍາເນີນຫລາຍ ມາດຕະການ ເພື່ອຮັບປະກັນໃຫ້ການລົງທຶນຂອງລັດ ມີປະສິດທິຜົນສູງເທື່ອລະກ້າວ, ອັນສໍາຄັນແມ່ນ ທ່ານນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຊີ້ນໍາການກວດກາຜົນການລົງທຶນຂອງລັດ ແລະ ອອກຂໍ້ຕົກລົງເລກທີ 34 ອອກມາຕື່ມອີກ ເພື່ອແບ່ງຄວາມຮັບພິຊອບລະຫວ່າງຄະນະສະເພາະກິດ ຂັ້ນສູນກາງ ໃຫ້ຮັບພິຊອບກວດກາໂຄງການທີ່ມີ ມູນຄ່າ 10 ຕື້ກີບຂຶ້ນໄປ. ສ່ວນຂັ້ນຂະແໜງການ ແລະ ຂັ້ນທ້ອງຖິ່ນແມ່ນກວດກາໂຄງການລົງທຶນທີ່ມີມູນຄ່າ 10 ຕື້ກີບລົງມາ ເຊິ່ງການກວດກາໄດ້ດໍາເນີນມາ ແຕ່ເດືອນສິງຫາ 2019 ມາຮອດເດືອນເມສາ 2021, ຜ່ານການກວດ ກາຕົວຈິງຂອງຄະນະສະເພາະ ກິດຂັ້ນສູນກາງເຫັນວ່າກວດກາທັນ 206 ໂຄງການ, ມີມູນຄ່າຫລາຍກວ່າ 97.834 ຕື້ກີບ. ໃນນີ້ ກວດ ກາສໍາເລັດ 760 ໂຄງການ ເທົ່າກັບ 63% ຂອງແຜນການ, ມີມູນຄ່າຫລາຍກວ່າ 55.492 ຕື້ກີບ ແລະ ຜ່ານການກວດກາຄືນເຫັນວ່າມີຕົວເລກບໍ່ສອດຄ່ອງຈໍານວນ 1.781 ຕື້ກວ່າກີບ ແລະ 383.000 ໂດລາ ສະຫະລັດ ທີ່ຈະຕ້ອງໄດ້ເກັບກູ້ຄືນ ແລະ ຫັກອອກຈາກມູນຄ່າໂຄງການ. ນອກນີ້, ຍັງພົບເຫັນໂຄງ ການ ທີ່ບໍ່ທັນໄດ້ຜ່ານ ການຮັບຮອງຈາກສະພາ (ນອກແຜນ) ຈໍານວນໜຶ່ງ ແລະ ພົບເຫັນອີກ 121 ໂຄງການ ມີມູນຄ່າຕາມສັນຍາສູງກວ່າມູນຄ່າໂຄງການທີ່ຄິດໄລ່ຕາມຫົວໜ່ວຍ ຂອງກະຊວງກ່ຽວຂ້ອງໄດ້ກໍານົດປະ ມານ 20% ຂຶ້ນໄປ ເທົ່າກັບ 3.127 ຕື້ກີບ. ສໍາລັບໂຄງການທີ່ ມີມູນຄ່າ 10 ຕື້ກີບລົງມາ ໃນຂອບ ເຂດທົ່ວປະເທດ ມີຈໍານວນ 4.336 ໂຄງການ, ລວມມີມູນຄ່າກວ່າ 11.693 ຕື້ກີບ. ໃນນີ້ ໄດ້ ກວດກາ ສໍາເລັດແລ້ວ 1.244 ໂຄງການ ເທົ່າກັບ 28,7% ຂອງແຜນການ ແລະ ຍັງ ພົບເຫັນຕົວເລກ ມູນຄ່າ ທີ່ບໍ່ສອດຄອງທັງໝົດ 26,38 ຕື້ກີບ ແລະ 15.400 ກວ່າໂດລາສະຫະລັດ ທີ່ຈະຕ້ອງໄດ້ເກັບກູ້ຄືນ ແລະ ຫັກລົບອອກ ຈາກມູນຄ່າໂຄງ ການ.
ນອກນີ້ ຍັງພົບເຫັນໂຄງການທີ່ສະພາບໍ່ທັນຮັບຮອງ (ໂຄງການນອກແຜນ) ຈໍານວນ 23,91 ຕື້ ກີບ ແລະ ກວດພົບອີກ 62 ໂຄງການທີ່ມີມູນຄ່າຕາມສັນຍາສູງກວ່າໂຄງການທີ່ຄິດໄລ່ຕາມຫົວຫນ່ວຍ ຂອງກະຊວງກ່ຽວຂ້ອງໄດ້ກໍານົດອີກປະມານ 20% ທີ່ຈະຕ້ອງໄດ້ມີການຕໍ່ລອງເພື່ອ ໃຫ້ມູນຄ່າໂຄງການ ຫຍັບຫລຸດລົງມາຢູ່ໃນລະດັບທີ່ສົມເຫດສົມຜົນ.

ກ່ຽວກັບການພັດທະນາເສດຖະກິດສັງຄົມ

ພະນະທ່ານ ສອນໄຊ ສີພັນດອນ

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ສົ່ງສານ ເຖິງອົງການປົກຄອງ ແລະ ປະຊາຊົນຊາວນະຄອນໜານໜິງ ສປ ຈີນ
ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ສົ່ງສານ ເຖິງອົງການປົກຄອງ ແລະ ປະຊາຊົນຊາວນະຄອນໜານໜິງ ສປ ຈີນ ໃນບ່າຍວັນທີ 2 ກັນຍາ 2021 ມີເນື້ອໃນວ່າ: ສະບາຍດີບັນດາທ່ານການນໍາ, ສະບາຍດີຊາວນະຄອນໜານໜິງທີ່ຮັກແພງ ຂ້າພະເຈົ້າ ປອ ວິໄລວົງ ບຸດດາຄໍາ, ເຈົ້າແຂວງຈໍາປາສັກ, ກ່ອນອື່ນໝົດ ຂໍສະແດງຄວາມຊົມເຊີຍ ຕໍ່ການຈັດງານວາງສະແດງສິນຄ້າຈີນ-ອາຊຽນ ທີ່ຈັດຂື້ນຢູ່ນະຄອນໜານໜິງ ແລະ ຂໍສະແດງຄວາມຂອບໃຈຕໍ່ການເຊື້ອເຊີນຄະນະນໍາແຂວງຈໍາປາສັກ ເພື່ອເຂົ້າຮ່ວມງານດັ່ງກ່າວ, ຕ້ອງຂໍອະໄພຕໍ່ຄະນະຈັດຕັ້ງພິທີມານະໂອກາດນີ້ທີ່ແຂວງຈໍາປາສັກ ບໍ່ສາມາດເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນໃນຄັ້ງນີ້ໄດ້, ເນື່ອງຈາກວ່າອີງໃສ່ປະຈຸບັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ທາງແຂວງກໍ່ຄືທົ່ວປະເທດໄດ້ຮັບຜົນກະທົບຢ່າງຮຸນແຮງເຊິ່ງນອນຢູ່ໃນສະຖານເຝົ້າລະວັງ ແລະ ລ໋ອກດາວບັນດາຊຸມຊົນ, ບ້ານ, ເມືອງແລະ ແຂວງ.
ຂ້າພະເຈົ້າຂໍສະເໜີ ກ່ຽວກັບແຂວງຈໍາປາສັກໂດຍຫຍໍ້ ໃຫ້ບັນດາທ່ານໄດ້ຮັບຊາບດັ່ງນີ້: ແຂວງຈໍາປາສັກແມ່ນແຂວງໜື່ງທີ່ນອນໃນ 17 ແຂວງ ເຊິ່ງຕັ້ງຢູ່ພາກໃຕ້ ສປປ ລາວ, ມີຊາຍແດນຕິດຈອດກັບ ຣາຊະອານາຈັກໄທ ແລະ ຣາຊະນາອາກໍາປູເຈຍ, ມີເນື້ອທີ່ທັງໝົດ 15.415 ກິໂລຕາແມັດ, ເຊິ່ງຈັດເປັນເມືອງໃຫ່ຍອັນດັບ3ຂອງລາວ, ມີຄວາມອຸດົມສົມບູນທາງຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມອັນສວຍງາມ, ມີຂະນົບທໍານຽມ, ມີວັດທະນະທໍາອັນງົດງາມ ທີ່ມີວິຖີການດໍາລົງຊິດອັນຫຼາກຫຼາຍ ເຊິ່ງເປັນເອກະລັກຂອງຊາວແຂວງຈໍາປາສັກ, ໃນນັ້ນພື້ນທີ່ແຂວງຈໍາປາສັກ ໄດ້ແບ່ງອອກເປັນ 2 ເຂດຄື: ເຂດທົ່ງພຽງກວມ 74%, ເຂດພູພຽງກວມ 26%. ມີປະຊາກອນປະມານ 700,000 ກວ່າຄົນ. ທາງດ້ານເສດຖະກິດມີການຂະຫຍາຍຕົວເພີ່ມຂື້ນ ສະເລ່ຍລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນ ເທົ່າກັບ 3.153USD/ຄົນ/ປີ,ມີດິນເປັນທົ່ງພຽງທີ່ອຸດົມສົມບູນ, ມີພູພຽງບໍລິເວນ ເຊີ່ງເປັນດິນພູໄຟເກົ່າ,ເຊິ່ງເໝາະສົມແກ່ການປູກຝັງ ແລະ ລ້ຽງສັດ, ເຊີ່ງເປັນເຂດເສດຖະກິດຕົ້ນຕໍ່ຂອງແຂວງ ແລະ ເປັນທ່າແຮງຫຼັກ ກໍແມ່ນຂົງເຂດກະສິກຳທີ່ສາມາດຕອບໜອງສິນຄ້າກະສິກໍາໃຫ້ແກ່ພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ ເຊິ່ງຖືເປັນເສດຖະກິດປາຍແຫຼມຂອງແຂວງ, ເປັນຕົ້ນ: ຜະລິດຕະພັນກາເຟ, ຢ່າງພາລາ,ມັນຕົ້ນ ແລະ ພືດຜັກອື່ນໆ.
ປະຈຸບັນນີ້, ທົ່ວໂລກເຮົາກໍາລັງປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ 19 ເຊິ່ງສ້າງຜົນກະທົບອັນໃຫຍ່ຫລວງໃນຫຼາຍດ້ານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ສປປ ລາວ ກໍຄືແຂວງຈໍາປາສັກ ທີ່ໄດ້ຮັບຜົນກະທົບຕໍ່ພະຍາດດັ່ງກ່າວທີ່ກໍາລັງລະບາດ, ນອກຈາກນັ້ນຍັງເປັນອຸປະສັກຕໍ່ການໄປມາຫາສູ່ເຊີ່ງກັນ ແລະ ກັນ, ຕໍ່ບັນຫາດັ່ງກ່າວແຂວງຈໍາປາສັກພວກເຮົາກໍໄດ້ຮັບການຊ່ວຍເຫຼືອທາງດ້ານທືນຮອນ ແລະ ອຸປະກອນການແພດເພື່ອສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ທີ່ໃຊ້ເຂົ້າໃນວຽກງານສາທາລະນະສຸກຈາກບັນດາແຂວງ, ນະຄອນທີ່ມີການຮ່ວມ ຈາກ ສປ ຈີນ ເຊັ່ນ: ນະຄອນຊົງຊິງ,ນະຄອນຢູຊີ, ແຂວງຢຸນນານ ທີ່ກໍາລັງຈະໃຫ້ການຊ່ວຍດ້ານອຸປະກອນການ
ແພດ ໂດຍສະເພາະແມ່ນະຄອນໜານໜິງຂອງພວກທ່ານ ເຊີ່ງຍາມໃດກໍ່ໄດ້ໃຫ້ຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອແກ່ພວກຂ້າພະເຈົ້າຕະຫຼອດມາ. ຂໍຖືໂອກາດສໍາຄັນນີ້, ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງອົງຄະນະພັກ, ອົງການປົກຄອງແຂວງ ແລະ ນະຄອນໜານໜິງ.
ເວົ້າເຖີງການພົວພັນ-ຮ່ວມມືໃນໄລຍະຜ່ານມາ ແຂວງຈໍາປາສັກ ແລະແຂວງກວາງຊີ, ໂດຍສະເພາະແມ່ນນະຄອນໜານໜິງໄດ້ມີການພົບປະແລກປ່ຽນລະຫວ່າງການນໍາຂັ້ນສູງຂອງສອງຝ່າຍ, ມີການຮ່ວມມືດ້ານການຄ້າ, ກະສິກໍາ ແລະ ດ້ານອື່ນໆ, ແຕ່ປະຈຸບັນແມ່ນໄດ້ພົບຄວາມຫຍຸ້ງຍາກຍ້ອນສະພາບການດັ່ງກ່າວ, ແຕ່ເຖິງຢ່າງໃດກໍ່ຕາມ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ 19 ລະຫວ່າງສອງແຂວງພວກເຮົາ ກໍຍັງມີການພົວພັນໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຕະຫຼອດມາ ເຊິ່ງສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບຮັດແໜ້ນ ລະຫວ່າງສອງແຂວງຂອງພວກເຮົາ, ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ: ລະຫວ່າງສອງແຂວງພວກເຮົາຈະສືບຕໍ່ຮັກສາມູນເຊື້ອສາຍພົວພັນມິດຕະພາບ ແລະ ການຮ່ວມມື ຄຽງຄູ່ກັບການສ້າງສາພັດທະນາສອງແຂວງພວກເຮົາ ໃຫ້ຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ, ທີ່ທ່ານ ເລຂາທິການໃຫຍ່, ປະທານປະເທດທັງສອງປະເທດ ໄດ້ລົງນາມຮ່ວມກັນໃນແຜນແມ່ບົດນີ້ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ທີ່ເປັນເອກະສານສຳຄັນ ທີ່ມີຄວາມຫມາຍທາງປະຫວັດສາດແຫ່ງການພົວພັນມິດຕະພາບ ລາວ-ຈີນ, ຈີນ-ລາວ ແລະ ເປັນບ່ອນອີງພື້ນຖານໃຫ້ແກ່ການຜັນຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ເກີດດອກອອກຜົນຍິ່ງໆຂື້ນໄປໃນຕໍ່ໜ້າ.
ກ່ຽວກັບວຽກງານການສືກສາ, ໃນຊຸມປີທີ່ຜ່ານມາແຂວງຈຳປາສັກໄດ້ຕັ້ງໜ້າປະຕິບັດການຮ່ວມມືດ້ານການສືກສາ ກັບນະຄອນໜານໜິງເຊີ່ງເປັນເມືອງແຮກສ່ຽວທີ່ໃຫ້ທືນການສືກສາແກ່ພະນັກງານ ແລະ ນັກສືກສາຈໍານວນໜື່ງ,ເປັນການຍົກລະດັບຄວາມຮູ້ຄວາມສາມາດ ກໍ່ສ້າງບຸກຄະລາກອນຂອງແຂວງຈໍາປາສັກ, ເຊິ່ງໄດ້ນຳໃຊ້ເຂົ້າໃນວຽກງານວິຊາສະເພາະ, ສ້າງໃຫ້ເຂົາເຈົ້າມີຄວາມສາມາດບໍ່ສະເພາະແຕ່ໄດ້ຄວາມຮູ້ທາງດ້ານວິຊາການ, ແຕ່ເຂົາເຈົ້າຍັງຮູ້ດ້ານວັດທະນະທໍາຮີດຄອງປະເພນີອັນດີງາມຂອງນະຄອນໜານໜິງ, ເພື່ອນຳໃຊ້ເຂົ້າໃນການດໍາລົງຊິວິດຂອງເຂົາເຈົ້າ, ນອກຈາກນັ້ນ, ກໍຍັງເປັນການສ້າງຄວາມສະດວກ ໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍໝູນໃຊ້ຄວາມຮູ້ຄວາມສາມາດທີ່ບຸກຄະລາກອນໄດ້ຮ່ຳຮຽນມານຳໃຊ້ເຂົ້າໃສ່ໃນວຽກງານຕົວຈິງ, ຂ້າພະເຈົ້າຈິ່ງສາມາດເວົ້າໄດ້ວ່າ: ວຽກງານການສືກສາເປັນວຽກງານໜື່ງທີ່ຈໍາເປັນ ແລະ ມີຄວາມໝາຍຄວາມສໍາຄັນ ຈິ່ງຂໍສະເໜີມາຍັງນະຄອນໜານໜິງ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜອງທືນການສືກສາດັ່ງກ່າວໃຫ້ຫຼາຍຂື້ນ ແລະ ຫຼາຍຂະແໜງການ, ພ້ອມດຽວກັນນັ້ນຖ້າເປັນໄປໄດ້ກໍຂໍສະເໜີເພີ່ມຈໍານວນໂກຕາຂອງນັກສືກສາຂື້ນຕື່ມ ເພື່ອຕອບສະໜອງໄດ້ຢ່າງພຽງພໍກັບຄວາມຕ້ອງການ ໃນການພັດທະນາສ້າງສາປະເທດຊາດ ແລະ ແຂວງຈໍາປາສັກ ໃນຍຸກໂລກາພິວັດ ແລະ ການເຊື່ອມໂຍງສາກົນ.
ຂໍສະແດງຄວາມຂອບໃຈມາຍັງລັດຖະບານ ສປ ຈີນ ກໍ່ຄືນະຄອນໜານໜື່ງທີ່ໄດ້ເຊື້ອເຊີນ ແລະສະໜັບສະໜູນ ສປປ ລາວ ກໍຄືແຂວງຈໍາປາສັກເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນທຸກປີ ເຊີ່ງເປັນບາດກ້າວໜື່ງທີ່ສະແດງເຖີງບົດບາດການຮັດແໜ້ນສາຍພົວພັນການຮ່ວມມື ລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະສອງແຂວງຂອງພວກເຮົາ ເຊິ່ງເປັນເວທີທີ່ສາມາດແລກປ່ຽນບົດຮຽນແນວຄວາມຄິດໃນດ້ານຕ່າງໆ ໂດຍສະເພາະແມ່ນດ້ານການພັດທະນາເສດຖະກິດ, ວັດທະນະທຳສັງຄົມ ແລະ ການທ່ອງທ່ຽວກັບບັນດາປະເທດໃນຂົງເຂດອາຊຽນ ກໍຄືບັນດາປະເທດຕ່າງໆທີ່ເຂົ້າຮ່ວມຈາກສາກົນ, ນອກຈາກນັ້ນກໍຍັງເປັນການເປີດໂອກາດໃນການຂະຫຍາຍເຄືອຂ່າຍ ແລະ ດືງດູດການລົງທືນ
ຈາກບັນດານັກລົງທືນຈາກ ສປຈີນ, ໂດຍສະເພາະແມ່ນນັກລົງທືນຈາກ ແຂວງກວາງຊີ ແລະ ນະຄອນໜານໜິງ, ທີ່ມີຄວາມສົນໃຈໃນການລົງທືນໃນຂົງເຂດຕ່າງໆ ຢູ່ແຂວງຈໍາປາສັກ, ອີກດ້ານໜື່ງ ເວທີນີ້ຍັງຊ່ວຍສົ່ງເສີມໃຫ້ແຂວງຈຳປາສັກໄດ້ຮັບໂອກາດໃນການໂຄສະນາ ແລະ ແນະນໍາສິນຄ້າທີ່ເປັນທ່າແຮງ ແລະເປັນເອກກະລັກຂອງແຂວງເພື່ອມາວາງສະແດງ ແລະ ເປີດກວ້າງໃຫ້ຕ່າງປະເທດໃນກຸ່ມອາຊຽນໄດ້ຮັບຮູ້ຈິ່ງ ຖືເປັນຜົນປະໂຫຍດອັນສູງສຸດທີ່ທາງນະຄອນໜານໜິງມີຕໍ່ແຂວງຈໍາປາສັກ.
ປີນີ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດປະຊາຊົນຈີນ ແມ່ນເປັນປີທີ່ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ແລະ ຄົບຮອບ 30 ປີ ແຫ່ງການພົວພັນຮ່ວມມື ຈີນ-ອາຊຽນ, ເຊິ່ງເປັນຂີດໝາຍຄວາມສໍາຄັນທາງດ້ານການຮ່ວມມື ລາວ-ຈີນ, ຈີນ-ລາວ, ສໍາລັບເສັ້ນທາງລົດໄຟ ລາວ-ຈີນ ແມ່ນຈະໄດ້ເປີດບໍລິການໃນພໍ່ນີ້, ຈາກນັ້ນມັນກໍຈະເປັນເສັ້ນທາງອັນສໍາຄັນ ຕໍ່ການເຊື່ອມໂຍງສອງປະເທດພວກເຮົາແລະ ຈະເປັນເສັ້ນທາງແຫ່ງຄວາມເຂັ້ມແຂງໃນການພັດທາເສດຖະກິດ ການຄ້າທາງບົກ, ທາງທະເລ, ສາກົນແບບໃໝ່, ເຊິ່ງຈະນໍາຜົນປະໂຫຍດອັນໃຫຍ່ຫລວງໃນການສ້າງຄວາມສະດວກວຽກງານການພັດທະນາ ແລະ ຂົນສົ່ງ ຫຼືໂລຈິດສຕິກລະຫວ່າງສອງປະເທດ ແລະ ພາກພື້ນ ໂດຍສະເພາະ ກັບນະຄອນໜານໜິງ,ຕໍ່ກັບການໄປມາຫາສູ່ກໍຈະສະດວກສະບາຍ ແລະ ວ່ອງໄວຂື້ນຕື່ມ ລວມໄປເຖີງການມີບົດບາດໃນການຮ່ວມມືພາກພື້ນ ແລະ ເວທີສາກົນ.
ທ້າຍສຸດນີ້, ຂໍສະແດງຄວາມຂອບໃຈມາຍັງຄະນະນຳ, ຄະນະກໍາມະການຈັດງານ ຕະຫລອດຮອດປະຊາຊົນຂອງນະຄອນນານໜິງ ແລະ ຂໍອວຍພອນໃຫ້ທຸກທ່ານມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນຫນ້າທີ່ອັນສະຫງ່າງາມ. ຂໍອວຍພອນໃຫ້ງານວາງສະແດງສິນຄ້າຈີນ-ອາຊຽນ ຈົ່ງປະສົບຜົນສໍາເລັດຕາມເປົ້າໝາຍທີ່ໄດ້ວາງໄວ້, ອວຍພອນວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ຈົ່ງໝັ້ນຍືນ. ອວຍພອນວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນຄົບຮອບ 60 ປີ ໃຫ້ກາຍເປັນມູນເຊື້ອອັນສວຍສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ, ອວຍພອນສາຍພົວພັນການຮ່ວມມື ລະຫວ່າງ
ແຂວງຈໍາປາສັກ ແລະ ໜານໜິງ ສປຈີນ ໃຫ້ໄດ້ຮັບການພັດທະນາຍິ່ໆຂື້ນໄປ.
ແຫລ່ງຂ່າວ: ວິທະຍຸ ກະຈ່າຍສຽງ ແຂວງຈຳປາສັກ ສປປລາວ

Champasack Province Governor Lao PDR

Champasack Province Governor Lao PDR

ຈຳປາສັກ ກຽມຈະສ້າງສວນອຸທິຍານ ດອກຈຳປາ

ຈຳປາສັກ ກຽມຈະສ້າງສວນອຸທິຍານ ດອກຈຳປາ
ຕິດພັນກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ
******************************************
ຂປລ. ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບໂຄງການສ້າງສວນອຸທິຍານ ດອກຈຳປາ ຕິດພັນກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ ເພື່ອພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ ໄດ້ມີຂຶ້ນ ໃນວັນທີ 16 ກໍລະກົດ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ມີບັນດາ ທ່ານຫົວໜ້າພະແນກການ, ເມືອງ ແລະ ນະຄອນ ຫ້ອງການທີ່ກ່ຽວຂ້ອງ. ພິເສດມີ ທ່ານ ນາງ ດຣ. ອຸທະກີ ຈຸລາມະນີ-ຄຳຜຸຍ ນັກຄົ້ນຄວ້າ ກ່ຽວກັບດອກໄມ້ ໂດຍສະເພາະແມ່ນດອກຈຳປາ, ເຈົ້າຂອງຜົນງານ ປຶື້ມ “ຈຳປາໃນດວງໃຈລາວ” ທີ່ມາໃຫ້ຄຳປຶກສາກ່ຽວກັບໂຄງການ ສ້າງສວນອຸທະຍານ ດອກຈຳປາ ຕິດພັນກັບການທ້ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ.
ທ່ານ ຈັນທະບູນ ສີປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານ ກ່ຽວກັບໂຄງການໃຫ້ຮູ້ວ່າ: ຜ່ານມາໄດ້ສົມທົບກັບພະແນກການກ່ຽວຂ້ອງ ລົງສໍາຫລວດເກັບກໍາຂໍ້ມູນເນື້ອທີ່ດິນ ບໍລິເວນທີ່ຈະສ້າງສວນອຸທິຍານດອກຈໍາປາ ຕິດພັນກັບແຫລ່ງທ່ອງທ່ຽວມໍລະດົກໂລກ ວັດພູຈໍາປາສັກ ແລະ ຜົນການສໍາຫລວດເນື້ອທີ່ດິນໃນເບື້ອງຕົ້ນ ຂອບເຂດພະສາດຫີນວັດພູຈຳປາສັກ ມີເນື້ອທີ່ຈຳນວນ 52.228 ເຮັກຕາ ແລະ ເຂດໂຮງນາງ ສີດາ ມີເນື້ອທີ່ 54,549 ຕາແມັດ, ໂຄງການໄດ້ກຳນົດພື້ນທີ່ປູກດອກຈຳປາໃນເບື້ອງຕົ້ນ ອອກເປັນ 5 ຈຸດ, ໃນເນື້ອທີ່ດິນທີ່ຈະປູກໄດ້ຕົວຈິງມີ 95,112 ຕາແມັດ ແລະ ແຜນການກຳນົດການປູກເບື້ອງຕົ້ນ ໃນເນື້ອທີ່ 49,903 ຕາແມັດ, ຈຳນວນ 1.268 ຕົ້ນ. ກຳນົດຈຸດປູກໃນເບື້ອງຕົ້ນ ຢູ່ ບໍລິເວນ ເບື້ອງທິດຕາເວັນຕົກສຽງໃຕ້ຂອງພະສາດຫີນວັດພູ ແລະ ຢູ່ເບື້ອງທິດຕາເວັນຕົກສຽງໃຕ້ຂອງພະສາດຫີນວັດພູຈຳປາສັກ.
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ໃຫ້ກຽດມີຄຳເຫັນຊີ້ນຳ ໃນການກະກຽມ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແລະ ທ່ານ ນາງ ອຸທະກີ ຈຸລາມະນີ-ຄຳຜຸຍ ກໍໄດ້ໃຫ້ຄວາມຮູ້ ແລະ ໃຫ້ຄຳປຶກສາດ້ານວິຊາການ ກ່ຽວກັບດອກໄມ້ ໂດຍສະເພາະແມ່ນດອກຈຳປາ ທີ່ເປັນ ຫົວໃຈສຳຄັນຂອງການຈັດຕັ້ງປະຕິບັດໂຄງການ, ກໍຄືການສ້າງສວນອຸທິຍານ ດອກຈຳປາ ໃຫ້ຕິດພັນກັບການທ່ອງທ່ຽວ ມໍລະດົກໂລກ ວັດພູຈຳປາສັກ ເພື່ອພັດທະນາ ແຂວງຈຳປາສັກ ຕາມທິດສີຂຽວ ແລະ ຍືນຍົງ.
ຂ່າວ-ຮູບ: ທັດຊະນະ

ຈຳປາສັກ ກຽມຈະສ້າງສວນອຸທິຍານ ດອກຈຳປາ

ຈຳປາສັກ ກຽມຈະສ້າງສວນອຸທິຍານ ດອກຈຳປາ

ຈຳປາສັກ ກຽມຈະສ້າງສວນອຸທິຍານ ດອກຈຳປາ

ຈຳປາສັກ ກຽມຈະສ້າງສວນອຸທິຍານ ດອກຈຳປາ

ທູດລາວ ຍື່ນສາຕາຕັ້ງຕໍ່ສົມເດັດເຈົ້າຈັກກະພັດ ຍີ່ປຸ່ນ

ທູດລາວ ຍື່ນສາຕາຕັ້ງຕໍ່ສົມເດັດເຈົ້າຈັກກະພັດ ຍີ່ປຸ່ນ

ທູດລາວ ຍື່ນສາຕາຕັ້ງຕໍ່ສົມເດັດເຈົ້າຈັກກະພັດ ຍີ່ປຸ່ນ
ໃນຕອນເຊົ້າ ວັນທີ 14 ກໍລະກົດ 2021, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ເຂົ້າເຝົ້າຍື່ນສານຕາຕັ້ງຕໍ່ສົມເດັດ ນາຣູຮິໂຕະ (Naruhito) ເຈົ້າຈັກກະພັດແຫ່ງຍີ່ປຸ່ນ ທີ່ສໍານັກພະຣາຊະວັງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ, ໂດຍຊ້ອງໜ້າຜູ້ຕາງໜ້າລັດຖະບານ, ກະຊວງການຕ່າງປະເທດ, ເຈົ້າໜ້າທີ່ຂອງສຳນັກພະຣາຊະວັງຂອງຍີ່ປຸ່ນ ແລະ ພະນັກງານການທູດ ຈາກສະຖານທູດລາວ ທີ່ ໂຕກຽວ ຈໍານວນໜຶ່ງຕິດຕາມເຂົ້າຮ່ວມ.
ພາຍຫລັງພິທີຍື່ນສານຕາຕັ້ງໄດ້ສຳເລັດລົງ, ສົມເດັດເຈົ້າຈັກກະພັດ ນາຣູຮິໂຕະ ໄດ້ໂອ້ລົມກັບ ທ່ານເອກອັກຄະລັດ ຖະທູດລາວ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ, ໂດຍສົມເດັດເຈົ້າຈັກກະພັດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງ ຂອງທ່ານເອກອັກຄະລັດຖະທູດລາວ ປະຈຳປະເທດຍີ່ປຸ່ນ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຈະນັບມື້ນັບຈະເລີນງອກງາມຍິ່ງຂຶ້ນໄປ.
ໃນໂອກາດດັ່ງກ່າວ, ທ່ານທູດຟອງສະ ໝຸດ ອັ່ນລາວັນ ໄດ້ນຳເອົາຄວາມຍື້ຢາມຖາມຂ່າວ ອັນອົບອຸ່ນ ຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄໍາອວຍພອນໄຊອັນປະເສີດ ສົ່ງໄປຍັງ ສົມເດັດເຈົ້າຈັກກະພັດນາຣູຮິໂຕະ, ພ້ອມດ້ວຍວົງສານຸວົງທຸກພະອົງ ແລະ ຄວາມສົມບູນພູນສຸກຂອງປະ ຊາຊົນຍີ່ປຸ່ນ ທຸກຖ້ວນໜ້າ; ສົມເດັດເຈົ້າຈັກກະພັດ ໄດ້ສະແດງຄວາມຂອບໃຈ ແລະ ຝາກຄໍາຢື້ຢາມຖາມຂ່າວ ເຖິງ ທ່ານປະທານປະເທດ ແລະ ຍັງກ່າວເຖິງຄວາມຊົງຈໍາອັນດີງາມ ແລະ ຄວາມປະທັບໃຈ ທີ່ການນໍາ ແລະ ປະຊາຊົນລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນໂອກາດສະເດັດຢ້ຽມຢາມ ສປປ ລາວ ໃນປີ 2012.
ທ່ານທູດຟອງສະໝຸດ ອັ່ນລາວັນ ໄດ້ໃຫ້ຄຳໝັ້ນສັນຍາ ຈະເຮັດສຸດຄວາມສາມາດໃນການປະ ຕິບັດໜ້າທີ່ການທູດຂອງຕົນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມທີ່ມີມາຫລາຍກວ່າ 65 ປີ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ເກີດດອກອອກຜົນຍິ່ງຂຶ້ນກວ່າເກົ່າ, ໃນນັ້ນລວມທັງການຮ່ວມມືເພື່ອສົ່ງເສີມການລົງທຶນ, ຄ້າ ຂາຍ ແລະ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດໃຫ້ຫລາຍຂຶ້ນ.
ປະເທດລາວ-ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ວັນທີ 05 ມີນາ 1955, ທ່ານທູດ ຟອງສະໝຸດ ອັ່ນລາວັນ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາ ມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ຄົນທີ 10 ນັບແຕ່ປີ 1975 ເປັນຕົ້ນມາ.

ປະທານອົງການກາແດງລາວຢ້ຽມຢາມ ເຮັດວຽກຢູ່ແຂວງຫລວງນໍ້າທາ

ປະທານອົງການກາແດງລາວຢ້ຽມຢາມ ເຮັດວຽກຢູ່ແຂວງຫລວງນໍ້າທາ
======================
ວັນທີ 5 ກໍລະກົດ 2021 ນີ້ ທ່ານ ຮຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະໄດ້ສືບຕໍ່່ເຄື່ອນໄຫວຊຸກຍູ້ວຽກງານກາແດງທີ່ແຂວງຫຼວງນ້ຳທາ ໂດຍໄດ້ເຂົ້າພົບທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ ເພື່ອລາຍງານ ການເຄື່ອນໄຫວວຽກງານກາແດງໃຫ້ການນຳແຂວງໄດ້ຮັບຊາບ ເປັນຕົ້ນ: ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ, ການປຸກລະດົມຂົນຂວາຍບໍລິຈາກເລືອດ-ສະໜອງເລືອດປອດໄພ, ສົ່ງເສີມສຸຂະພາບຂັ້ນພື້ນຖານ, ກູ້ໄພສຸກເສີນ, ໂຄສະນາ-ຂົນຂວາຍແຫຼ່ງທືນ, ການສ້າງສະມາຊິກ ແລະອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ ແລະ ການຮ່ວມມືສາກົນ ເຊິ່ງໄດ້ປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງລັດຖະບານເປັນຢ່າງດີ.ເຂັ້ມງວດກວດຂັນ ຢ່າງເປັນເຈົ້າການຕາມພາລະໜ້າທີ່ຂອງຕົນ ໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ
ໂອກາດນີ້ ເຈົ້າແຂວງຫລວງນໍ້າທາ ຍັງໄດ້ກ່າວສະແດງການຕ້ອນຮັບຢ່າງອົບອຸ່ນ ແລະຂອບໃຈທີ່ປະທານອົງການກາແດງລາວ ທີ່ໄດ້ໃກ້ສິດຕິດແທດຊຸກຍູ້ວຽກງານຢູ່ຂັ້ນແຂວງ ແລະ ໄດ້ສະແດງຄວາມຍິນດີ ທີ່ທ່ານປະທານອົງການກາແດງລາວ ໄດ້ມາຮັບໜ້າທີ່ໃໝ່ເປັນປະທານອົງການກາແດງລາວ ແລະເຈົ້າແຂວງ ໄດ້ຕົກລົງເປັນປະທານກິຕິມາສັກໃຫ້ອົງການກາແດງແຂວງ, ເພື່ອເຮັດວຽກຮ່ວມ ຊີ້ນໍາກາແດງ, ໃນການສູ້ຊົນລະດົມທືນຮອນ, ພາຫະນະ ຈາກນັກທຸລະກິດທັງພາຍໃນ ແລະຕ່າງປະເທດເພື່ອສ້າງສູນກູ້ໄພຂອງແຂວງໃຫ້ປະກົດຜົນເປັນຈິງ.
ໂດຍ: ນັກຂ່າວອົງການກາແດງ
May be an image of 6 people, people standing, people sitting and indoor
 
 
 

P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net