ື້News About LAOS

News About Lao ( Culture, Social, Events ,Festival, Economy)

ການແຂ່ງຂັນເຮືອ ເພື່ອເປັນການຮັກສາຮີດຄອງປະເພນີ

ບ້ານບືງກາງ ໄດ້ຮັບລາງວັນຊະນະເລີດ.

--------------------------------------
ງານແຂ່ງຂັນຊ່ວງເຮືອປະເພນີເນື່ອງໃນວັນບຸນອອກພັນສາປະວໍລະນາປະຈຳປີ2020 ຈັດຂື້ນ ແລະສຳເລັດລົງໃນວັນທີ 3 ຕຸລາ 2020 ທີ່ຝາມໄຊ ເມືອງຄົງເຊໂດນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ແຫວນເພັດ ລັດດາວົງ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງໆຄົງງເຊໂດນ, ມີທ່ານຮອງເລຂາພັກເມືອງ, ຮອງເຈົ້າເມືອງ, ແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ, ຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງຄົງເຊໂດນເຂົ້າຮ່ວມຢ່າງເປັນຂະບວນ.
ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທັງເປັນປະທານຈັດງານບຸນຊ່ວງເຮືອໄດ້ກ່າວໃຫ້ຮູ້ວ່າ: ຈຸດປະສົງໃນການຈັດງານຄັ້ງນີ້ ແມ່ນເພື່ອສືບສານວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ກໍຄືພໍ່ແມ່ພີ່ນ້ອງຊາວເມືອງຄົງເຊໂດນ ທີ່ສືບທອດກັນມາແຕ່ບູຮານນະການ, ທັງໃຫ້ຊາວໜຸ່ມ, ເຍົາວະຊົນ ຜູ້ທີ່ເກີດຮຸ່ນຫຼັງໄດ້ເຫັນຄຸນຄ່າຄວາມສຳຄັນຂອງມູນເຊື້ອວັດທະນະທຳ, ຮີດຄອງປະເພນີ ແລະເພື່ອສືບທອດປະເພນີໃຫ້ຍືນຍົງຕະຫຼອດໄປ ອີກຢ່າງໜື່ງກໍ່ເພື່ອສ້າງຄວາມສາມັກຄີຮັກແພງ ລະຫວ່າງບ້ານຕໍ່ບ້ານ ໃຫ້ມີຄວາມໜັກແໜ້ນ ແລະຄວາມເປັນມິດຕະພາບອັນສູງສົ່ງ, ສຳລັບປີນີ້ມີເຮືອເຂົ້າຮ່ວມການແຂ່ງຂັນທັງໝົດ 15 ເຫຼັ້ມ ໃນນັ້ນປະເພດເຮືອໃຫຍ່ 29-35 ສີພາຍມີ 4 ເຫຼັ້ມ, ເຮືອກາງ 22-25ສີພາຍ ມີ 5 ເຫຼັ້ມ, ເຮືອນ້ອຍ 12 ສີພາຍມີ 6 ເຫຼັ້ມ, ຜ່ານການແຂ່ງຂັນອັນດຸເດືອດທ່າມກາງສຽງເຊຍອັນສະໜັ່ນ ຕ່າງຝ່າຍຕ່າງສຸມເຮື່ອແຮງເພື່ອນຳເຮືອຂອງຕົນເຂົ້າສູ່ເສັ້ນໄຊ ຜົນການແຂ່ງຂັນປະເພດເຮືອໃຫຍ່ທີ 1 ໄດ້ແກ່ເຮືອບ້ານບືງກາງ ໄດ້ຮັບເງິນສົດ 4 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ2 ບ້ານບົວລະພາ ໄດ້ຮັບເງິນສົດ 3 ລ້ານກີບ, ທີ 3 ບ້ານນາຮັງ ໄດ້ຮັບເງິນສົດ 2 ລ້ານກີບ, ໂດຍໃຫ້ກຽດມອບລາງວັນໂດຍ ທ່ານ: ແຫວນເພັດ ລັດດາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄົງເຊໂດນ; ປະເພດເຮືອກາງຊາຍທີ 1 ບ້ານຈານລານເຊ ໄດ້ຮັບເງິນສົດ3 ລ້ານກີບພ້ອມຂັນ 1 ໜ່ວຍ, ທີ2 ບ້ານບົວລະພາ ໄດ້ຮັບເງິນສົດ 2 ລ້ານກີບ, ທີ3 ບ້ານນາຄຳ ໄດ້ຮັບເງິນສົດ 1 ລ້ານກີບ, ໂດຍການມອບລາງວັນໂດຍທ່ານ ກ່ຳ ແສງມະນີ ຮອງເລຂາພັກເມືອງ, ເຮືອກາງເພດຍິງທີ 1 ບ້ານບົວລະພາ ໄດ້ຮັບເງິນສົດ 3 ລ້ານກີບພ້ອມຂັນ 1 ໜ່ວຍ, ທີ2 ບ້ານຈານລານເຊ ເງິນສົດ 2 ລ້ານກີບ, ທີ3 ບ້ານບືງກາງ ເງິນສົດ 1 ລ້ານກີບ, ລຸ້ນ 12 ສີພາຍເພດຊາຍ ທີ 1 ໄດ້ແກ່ບ້ານຄົງໃຫຍ່ ໄດ້ຮັບເງິນສົດ 1.500.000 ກີບພ້ອມຂັນ 1 ໜ່ວຍ, ທີ2 ບ້ານປາກເຊືອກ ເງິນສົດ 1 ລ້ານກີບ, ທີ3 ບ້ານໂນນຄໍ້ ເງິນສົດ 5 ແສນກີບ, ເພດຍິງທີ 1 ໄດ້ແກ່ບ້ານ ປາກເຊືອກ ໄດ້ຮັບເງິນສົດ 1.500.000 ກີບພ້ອມຂັນ 1 ໜ່ວຍ, ທີ2 ບ້ານ ໂນນຄໍ້ ເງິນສົດ 1 ລ້ານກີບ, ທີ3 ບ້ານ ບົວລະພາ ເງິນສົດ 5 ແສນກີບ ມອບໂດຍ ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ນອກນັ້ນໃນພິທີຍັງໄດ້ມອບໃບຂອບໃຈໃຫ້ຜູ້ອຸປະຖຳໃນງານບຸນຄັ້ງນີ້ຕື່ມອີກ.
----------------------------
ໂດຍ ກິນດາວັນ

ボート・レース

Boat Racing in Lao

応援団体

応援団体

ປະຊາຊົນທີ່ມາຊົມມາເຊັຍເປັນກຳລັງໃຈ

観察人々

Prize for Winners

ິີ່ິີີ有勝




投資計画大臣・経済政策会議

ラオスの投資計画大臣の経済政策会議を開催

ຄະນະສະເພາະກິດດ້ານເສດຖະກິດ ຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19
ຂປລ. ໃນວັນທີ 13 ກໍລະກົດ 2020, ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະ ທົບຈາກການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນຂະຫຍາຍນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ແຈ້ງອອກເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ.
ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ, ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງທຸກຂະແໜງການທີ່ກ່ຽວຂ້ອງ.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນຈະໄດ້ສຸມໃສ່ການຕີລາຄາການປະເມີນຜົນກະທົບໃນໄລຍະຜ່ານມາວ່າ ໄດ້ມີການແກ້ໄຂຄືແນວໃດ ເພື່ອພ້ອມກັນຄົ້ນຄວ້າ ກຳນົດທິດທາງວຽກງານຈຸດສຸມ ໃນການຟື້ນຟູເສດຖະກິດຂອງ ສປປ ລາວ ໃນ 6 ເດືອນທ້າຍປີ ແລະ ໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ບັນດາຂະແໜງການຕ່າງໆ ໃຫ້ເອົາໃຈໃສ່ຄົ້ນຄວ້າປຶກສາຫາລືຕໍ່ບັນດານະໂຍບາຍ ແລະ ມາດຕະການຜ່ອນຜັນຕ່າງໆ ເພື່ອຫລຸດຜ່ອນຜົນກະທົບ ແລະ ຄວາມຫຍຸ້ງຍາກຕໍ່ການດຳລົງຊີວິດ ແລະ ການດຳເນີນທຸລະກິດຢູ່ພາຍໃນປະເທດ ເປັນຕົ້ນແມ່ນ: ການຊຳລະສະສາງພັນທະຕ່າງໆ, ການຫລຸດຜ່ອນຄ່າບໍລິການພາກສັງຄົມ ແລະ ປະຊາຊົນ, ການສະໜອງທືນໃຫ້ແກ່ການດໍາເນີນທຸລະກິດຂະໜາດນ້ອຍ ແລະ ກາງ, ການຊຸກຍູ້ການຜະລິດກະສິກຳ, ການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ບັນຫາແຮງງານທີ່ກັບມາແຕ່ໄທ, ການດືງດູດການລົງທືນ ແລະ ອື່ນໆ.
ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ, ຮອງຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ກ່າວວ່າ: ນັບຕັ້ງແຕ່ ທ່ານນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງເລກທີ 31/ນຍ ແລະ ແຕ່ງຕັ້ງຄະນະສະເພາະກິດດ້ານເສດຖະກິດ ຕາມຂໍ້ຕົກລົງເລກທີ 32/ນຍ, ຄະນະຂອງພວກເຮົາໄດ້ເອົາໃຈໃສ່ປຶກສາຫາລືແບ່ງຄວາມຮັບຜິດຊອບຢ່າງເອົາໃຈໃສ່ ແລະ ໄດ້ຈັດກອງປະຊຸມຍູ້ ແລະ ຕິດຕາມການຜັນຂະຫຍາຍບັນ ດານະໂຍບາຍ ແລະ ມາດຕະການດັ່ງກ່າວຫລາຍຄັ້ງ ນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາ. ສິ່ງສຳຄັນແມ່ນໄດ້ລາຍງານ ແລະ ສະເໜີການປະເມີນ ແລະ ແກ້ໄຂບັນຫາດ້ານເສດຖະກິດ ຈາກຜົນກະທົບຂອງພະຍາດດັ່ງກ່າວ ໃນກອງປະຊຸມຮອງນາຍົກລັດຖະມົນຕີຫລາຍຄັ້ງ, ກອງປະຊຸມລັດຖະບານປະຈຳເດືອນ, ກອງປະຊຸມກົມການເມືອງສູນກາງພັກ ແລະ ສະພາແຫ່ງຊາດ.
ຂ່າວ: ສິງຄຳ, ພາບ: ຂັນໄຊ (ໜັງສືພີມ ປະເທດລາວ)

ソンサーイ ラオス投資計画大臣

ソンサーイラオス投資計画大臣

経済政策会議開催・国際機関も参加

経済政策会議の開催

日本JICAの役員を談業

ラオスの国際空港の協力



ສ້າງຄວາມສົມດູນທາງດ້ານສະບຽງອາຫານ

ປ່ອຍປາຄືນສູ່ທຳມະຊາດ ເພື່ອສ້າງຄວາມສົມດູນທາງດ້ານໂພສະນາການ

ປີ 2020 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ 55 ລ້ານໂຕ ລົງສູ່ແມ່ນ້ຳທຳມະຊາດ
ຂປລ. ປີ 2020 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ໜອງ, ບືງ, ອ່າງເກັບນ້ຳ ບໍ່ໃຫ້ຫລຸດ 55 ລ້ານໂຕ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ແມ່ນ້ຳສາຍຕ່າງໆ ແລະລະບົບນິເວດ. ຂະນະທີ່ປີຜ່ານມາ ປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ອ່າງເກັບນ້ຳ, ບືງ ແລະ ໜອງ 50 ລ້ານໂຕ.
ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 9 ກໍລະກົດ ນີ້ວ່າ: ວັນທີ 13 ກໍລະກົດ ທຸກປີເປັນວັນປ່ອຍປາ ແລະອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະເປັນວັນທີ່ມີຄວາມໝາຍທາງປະຫວັດສາດຄື: ວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ, ເປັນການປູກຈິດສຳນືກໃຫ້ແກ່ອະນຸຊົນໃຫ້ມີສະຕິຮັກ ແລະ ຫວງແຫນສັດນ້ຳ-ສັດປ່າ ແລະອື່ນໆ. ສຳລັບປີນີ້, ໄດ້ຊຸກຍູ້ພະນັກງານວິຊາການປະຈຳບັນດາສະຖານີຜະ ລິດລູກປາຂອງລັດ, ເອກະຊົນ ແລະຄອບຄົວຜະລິດລູກປາ ເພື່ອຕອບສະໜອງໃຫ້ແກ່ການປ່ອຍປາຢ່າງພຽງພໍ ແລະຕາມແຜນແລ້ວ, ໃນທົ່ວປະເທດຈະປ່ອຍປາລົງແມ່ນໍ້າທໍາມະຊາດບໍ່ໃຫ້ຫລຸດ 55 ລ້ານໂຕ ເປັນຕົ້ນ ປາປາກ, ປາກົດ, ປາເໝັ້ນ, ປາແກງ, ປາເຄິງ. ສ່ວນຕາມໜອງ, ອ່າງນ້ຳ ຈະປ່ອຍປານິນ, ປາໄນ, ປາກິນຫຍ້າ, ປາດຸກ ແລະ ປາຊະນິດອື່ນໆ.
ທ່ານ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກ່າວຕື່ມວ່າ: ສຳລັບມາດຕະການຄຸ້ມຄອງຫລັງປ່ອຍປາແລ້ວ ໄດ້ຈັດຕັ້ງຄະນະກຳມະການຮັບຜິດຊອບໂດຍອົງການປົກຄອງ, ປະຊາຊົນເປັນເຈົ້າການຄຸ້ມຄອງ, ຮັກສາ ແລະມີລະບຽບຂໍ້ຫ້າມຕ່າງໆ; ພ້ອມທັງມີການປູກຈິດສຳນືກໃຫ້ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃຈຄວາມສຳຄັນ, ຄຸນປະໂຫຍດຂອງປາ ແລະສັດນ້ຳ ໂດຍຜ່ານການຝຶກອົບຮົມ, ເຜີຍແຜ່ລະບຽບກົດໝາຍທີ່ກ່ຽວຂ້ອງຜ່ານສື່ຕ່າງໆ. ນອກນີ້, ຍັງໄດ້ອອກແຈ້ງການຫ້າມນຳໃຊ້ເຄື່ອງມືຫາປາແບບຜິດກົດໝາຍເຊັ່ນ: ທາດເບື່ອ, ລະເບີດ, ເຄື່ອງໄຟຟ້າ ແລະ ເຄື່ອງມືຫາປາອື່ນໆທີ່ຕ້ອງຫ້າມ.

ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ມອບເງິນ ໃຫ້ສູນກາງແນວລາວສ້າງຊາດ

ໃນວັນທີ 8 ກໍລະກົດ 2020 ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີ ມອບ-ຮັບເງິນ ເປັນຈໍານວນ 11 ລ້ານກີບ ( ສີບເອັດລ້ານກີບ) ເພື່ອເປັນການອຸປະຖໍາຊື້ເສື້ອ ຈໍານວນ 200 ຜືນ ໃຫ້ສູນກາງແນວລາວສ້າງຊາດ ໃນການສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 70 ປີ, ກ່າວມອບໂດຍ ທ່ານ ສຈ. ຄໍາແດງ ກຸນທະປັນຍາ, ຮອງປະທານບໍລິຫານ-ຜູ້ປະຈໍາການ ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ສົມປະສົງ ເວດຊະພົງ, ຮອງຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ, ພ້ອມດ້ວຍພະນັກງານ ທັງສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດດັ່ງກ່າວ ທ່ານ ຮອງຫົວໜ້າຫ້ອງການ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຂອບໃຈເປັນສູງມາຍັງ ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ທີ່ເຫັນໄດ້ຄວາມໜາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ແລະ ອວຍພອນໄຊອັນປະເສີດໃຫ້ທ່ານ ພ້ອມດ້ວຍຄະນະຈົ່ງມີສຸຂະພາບເຂັ້ມແຂງປະສົບຜົນສໍາເລັດໃນໜ້າທີການງານທຸກປະການ.

Christ Association of Lao Support Lao Government in Relieve

Lao Christ Association Support LFC

Christ Association of Lao Support Lao Government in Relieve

Christ Association of Lao give Support to Lao Government

Christ Association of Lao Support Lao Government in Relieve

Christ Association Meet Lao Government in Vientiane

Christ Association of Lao Support Lao Government in Relieve

Lao Staff at Lao National Front Construction Center in Vientiane

Lao Natural Travel Famous Spot for Adventure and Fresh

Phouphamane is next Lao-Vietnam Natural World Heritage in Khammouane Province




ຄະນະອະນຸເນື້ອໃນກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຢ້ຽມຢາມເຂດໂຄງການທົດລອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ
ໃນວັນທີ 24 ມີນາ 2020 ນີ້, ທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຫົວໜ້າອະນຸເນື້ອໃນຄົ້ນຄວ້າວຽກງານແນວໂຮມຂອງພັກ ແລະ ອົງການຈັດຕັ້ງມະຫາຊົນ ກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ພ້ອມດ້ວຍຄະນະອະນຸເນື້ອໃນຈາກ ສູນກາງແນວລາວສ້າງຊາດ, ສູນກາງຊາວປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງ, ສູນກາງກຳມະບານ ແລະ ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກໄດ້ລົງຢ້ຽມຢາມ ເຂດໂຄງການທົດລອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ທີ່ບ້ານແກ່ວສາມີ, ເມືອງລ້ອງຊານ ແຂວງໄຊສົມບູນ, ເປັນກຽດຕ້ອນຮັບຂອງທ່ານ ແດງ ປະທົມທອງ ຮອງເຈົ້າແຂວງໆ ໄຊສົມບູນ, ມີທ່ານ ຄໍາຫຼ້າ ລໍລອນສີ ຮອງປະທານກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ພ້ອມດ້ວຍຄະນະຮັບຜິດຊອບໂຄງການຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ໃນໂອກາດນີ້, ໄດ້ຮັບຟັງການລາຍງານປະຫວັດຄວາມເປັນມາໂດຍຫຍໍ້ ກ່ຽວກັບໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ແມ່ນໜື່ງໃນມາດຕະຖານການສ້າງຄອບຄົວ ແລະ ບ້ານພັດທະນາຂອງລັດຖະບານ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມທິດ 3 ສ້າງ; ໂດຍປະຕິບັດຕາມບົດບັນທືກຊ່ວຍຈໍາໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ, ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ອົງການທ້ອງຖິ່ນກ່ຽວຂ້ອງ ຊື່ງສຸມໃສ່ການປຸກລະດົມຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່ ໂດຍໄດ້ກໍານົດເອົາຈຸດສຸມໂພນສະຫວາດ 516 ເປັນຈຸດທົດລອງສ້າງເປັນຕົວແບບໃນການຮຽນຮູ້ ແລະ ຖອດຖອນບົດຮຽນ, ໃນໄລຍະ 3 ປີ 2018-2020 ໂດຍເລີ່ມພັດທະນາແຕ່ນ້ອຍຫາໃຫ່ຍ.
ການຈັດຕັ້ງປະຕິບັດໂຄງການທົດລອງ “ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ” ຕະຫຼອດໄລຍະຜ່ານມາໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງພົບປະການຈັດຕັ້ງບ້ານ ແລະ ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ 8 ບ້ານເຂດພັດທະນາໂຄງການທົດລອງ, ໄດ້ເກັບກໍາຂໍ້ມູນ ແລະ ທາບທາມການເວນດິນໃນພື້ນທີ່ພັດທະນາໂຄງການ. ໄດ້ຈັດກອງປະຊຸມຄະນະຮັບຜິດຊອບໂຄງການ 3 ຂັ້ນ ເພື່ອສ້າງຄວາມເປັນເອກະພາບແຜນພັດທະນາໂຄງການ, ແຕ່ງຕັ້ງຄະນະວິຊາການລົງສໍາຫຼວດພື້ນທີ່, ວິໄຈດິນ, ນໍ້າ ແລະ ອາກາດ ເພື່ອນໍາເຂົ້າສູ່ການພັດທະນາດ້ານການກະສິກໍາ, ພາຍຫຼັງສໍາຫຼວດແລ້ວ ທັງສອງຝ່າຍໄດ້ເຊັນບົດບັນທືກຊ່ວຍຈໍາ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການທົດລອງ ລະຫວ່າງ ສູນກາງແນວລາວສ້າງຊາດ, ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ແນວລາວສ້າງຊາດ ແຂວງໄຊສົມບູນ ຄັ້ງວັນທີ 26 ທັນວາ 2017 ແລະ ໄດ້ວາງສີລາລືກເປີດໂຄງການຢ່າງເປັນທາງການ ວັນທີ 27 ມີນາ 2018, ໂຄງການໄດ້ປຸກເຮືອນໃຫ້ປະຊາຊົນ ທີ່ທຸກຍາກ ແລະ ອານະຖາ 6 ຫຼັງ ມູນຄ່າ 160 ລ້ານກີບ, ມອບເບ້ຍໄມ້ກິນໝາກໃຫ້ແກ່ເມືອງຮົ່ມ 10.000 ຕົ້ນ ມູນຄ່າ 70 ລ້ານກີບ ແລະ ມອບເງິນສົດໃຫ້ກອງທືນບ້ານ 150 ລ້ານ, ໄດ້ສໍາເລັດການສ້າງສູນຝຶກອົບຮົມ 1 ຫຼັງ, ເຮືອນພັກຂອງພະນັກງານ 2 ຫຼັງ, ໂຮມສະເຕ 1 ຫຼັງ, ໄດ້ລ້ຽງສັດເຊັນ: ງົວພັນນົມ, ແບ້, ໝູປ່າ, ໄກ່-ເປັດ ແລະ ອື່ນໆ.
ໃນໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄໍາເຫັນເນັ້ນບາງເນື້ອໃນວ່າ: ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງກຸ່ມບໍລິສັດພົງສະຫວັນ ກໍ່ຄືຄະນະຮັບຜິດຊອບໂຄງການຂັ້ນແຂວງ, ເມືອງທີ່ໄດ້ລິເລີ່ມໃກ້ສິດຕິດແທດກັບປະຊາຊົນລາວບັນດາເຜົ່າໃນເຂດພັດທະນາໂດຍໃຫ້ຄວາມຮ່ວມມືເປັນເອກະພາບຈັດຕັ້ງປະຕິບັດໂຄງການທົດລອງ ຕະຫຼອດໄລຍະເກືອບ 3 ປີຜ່ານມາ ແລະ ທ່ານ ໄດ້ເນັ້ນທິດທາງແຜນການໃນຕໍ່ໄປນີ້ ຄະນະຮັບຜິດຊອບຂັ້ນສູນກາງ ຕ້ອງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ເພື່ອສືບຕໍ່ປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ; ປັບປຸງແບບແຜນວິທີເຮັດວຽກປະສານງານ, ປະຊຸມປຶກສາຫາລືແລກປ່ຽນບົດຮຽນຂອງຄະນະຮັບຜິດຊອບແຕ່ລະທ່ານ ພ້ອມກັນນັ້ນ, ຕ້ອງມີການຜັນຂະຫຍາຍເປັນອັນລະອຽດ. ສືບຕໍ່ຮ່ວມມືກັບກົມສົ່ງເສີມເຕັກນິກ ແລະ ການປຸງແຕ່ງ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມໃນຊົນນະບົດ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ-ທຸກຂະແໜງການສືບຕໍ່ປະກອບສ່ວນຮ່ວມໄມ້ຮ່ວມມືນໍາກັນ ເພື່ອເຮັດໃຫ້ໂຄງການດໍາເນີນໄປຢ່າງມີປະສິດທິຜົນ, ຍືນຍົງຕິດພັນກັບການພັດທະນາສີຂຽວ ໃນວາລະສຸດທ້າຍ ຄະນະໄດ້ຢ້ຽມຊົມເຂດພັດທະນະໂດຍສະເພາະແມ່ນຄອກລ້ຽງງົວນົມ, ແບ້, ໝູປ່າ, ໄກ່, ເປັດ ແລະ ເຂດປູກໄມ້ກິນໝາກອື່ນໆ.

f:id:netz96:20200326104007j:plain

ເຜີຍແຜ່ເຊື່ອມຊື່ມ

f:id:netz96:20200326104528j:plain

ບັນຍາກາດຫລັງການອະທີບາຍ

f:id:netz96:20200326104657j:plain

ການຟັງການເຊື່ອມຊື່ມແນວທາງນະໂຍບາຍ ເພື່ອການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 10 ຂອງ ພັກ

 

P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net