ື້News About LAOS

News About Lao ( Culture, Social, Events ,Festival, Economy)

Lao Beautiful Nature

 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ຄັ້ງທີ III
*ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ປກສ ແຂວງບໍລິຄຳໄຊ ຄັ້ງທີ lll ໄດ້ໄຂຂື້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 10 ມີນາ 2020 ຢູ່ທີ່ສະໂມສອນ ປກສ ແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ກົງຈັນ ໄຊປັນຍາ ຮັກສາການເລຂາອົງຄະນະພັກ ກອງບັນຊາການ ປກສ ແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງບໍລິຄຳໄຊ, ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດ 100 ກວ່າສະຫາຍ ໃນນັ້ນມີຜູ້ແທນສົມບູນ 81 ສະຫາຍ,ຍິງ 3 ສະຫາຍ.
ສະຫາຍ ພັນໂທ ກົງຈັນ ໄຊປັນຍາ ຮັກສາການເລຂາອົງຄະນະພັກ ກອງບັນຊາການ ປກສ ແຂວງ ໄດ້ຜ່ານຮ່າງບົດລາຍງານການເມືອງ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ແລະ ບາງຂໍ້ຄົງຄ້າງ.
ຕະຫຼອດໄລຍະ 5 ປີຜ່ານມາ,ຄະນະພັກ,ຄະນະບັນຊາແຕ່ລະຂັ້ນ ຖືເອົາວຽກງານການເມືອງ-ແນວຄິດເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ໂດຍໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊືມບັນດາເອກະສານກ່ຽວກັບແນວທາງນະໂຍບາຍຂອງພັກ, ມູນເຊື້ອຂອງຊາດ ຕິດພັນກັບ 03 ທາດແທ້ 07 ມູນເຊື້ອກຳລັງປ້ອງກັນຄວາມສະຫງົບ, ຄຸນສົມບັດສິນທຳປະຕິວັດຂອງບັນດາການນຳ, ມະຕິ, ຄຳສັ່ງຂອງພັກ, ລະບຽບ, ກົດໝາຍຂອງລັດ ໃຫ້ສະມາຊິກພັກ ເປັນປະຈຳ, ທົ່ວອົງຄະນະພັກ ປກສ ແຂວງ ປະກອບມີ 7 ຮາກຖານພັກ, 34 ໜ່ວຍພັກຂື້ນກັບ, 3 ໜ່ວຍພັກຮາກຖານ; ມີສະມາຊິກພັກທັງໝົດ 601 ສະຫາຍ ຍິງ 129 ສະຫາຍ ທຽບໃສ່ປີ 2014 ເພີ່ມຂື້ນ 81,57%, ປີຜ່ານມາຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 113 ສະຫາຍ, ຍິງ 32 ສະຫາຍ, ເລື່ອນສະມາຊິກພັກສໍາຮອງຂັ້ນສົມບູນ 170 ສະຫາຍ, ຍິງ 45 ສະຫາຍ.
ໃນກອງປະຊຸມຄັ້ງນີ້ ບັນດາຜູ້ແທນສົມບູນຍັງໄດ້ໃຊ້ສິດຂອງຕົນບ່ອນບັດເລືອກເອົາອົງຄະນະພັກກອງບັນຊາການ ປກສ ແຂວງ ຊຸດໃໝ່ ແລະ ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຄັ້ງທີ 7.
ຂ່າວ_ພາບ: ສາຍສະໝອນ

Police Meeting Lao

Meeting in Bolikhamxay Lao

Showtime of Elephants in Festival

像のパーフォームマン

人気の観光スポット

ラオスの洞窟

ຖ້ຳກອງລໍ ທີ່ແຂວງຄຳມ່ວນ Konglor Cave Khammouane コンロー・洞窟

 

ラオスの像の祭です

ラオスの像の祭を行います

自然観光体験・北ラオス地区

Yorlapa Resort Lao

Lao Challenge Tour 体験旅

ラオスに自然保護地区がありまして、体験の計画が沢山あります・是非、遊びに行って

P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net