ື້News About LAOS

News About Lao ( Culture, Social, Events ,Festival, Economy)

ການແຂ່ງຂັນເຮືອ ເພື່ອເປັນການຮັກສາຮີດຄອງປະເພນີ

ບ້ານບືງກາງ ໄດ້ຮັບລາງວັນຊະນະເລີດ.

--------------------------------------
ງານແຂ່ງຂັນຊ່ວງເຮືອປະເພນີເນື່ອງໃນວັນບຸນອອກພັນສາປະວໍລະນາປະຈຳປີ2020 ຈັດຂື້ນ ແລະສຳເລັດລົງໃນວັນທີ 3 ຕຸລາ 2020 ທີ່ຝາມໄຊ ເມືອງຄົງເຊໂດນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ແຫວນເພັດ ລັດດາວົງ ກຳມະການພັກແຂວງ ເລຂາພັກ-ເຈົ້າເມືອງໆຄົງງເຊໂດນ, ມີທ່ານຮອງເລຂາພັກເມືອງ, ຮອງເຈົ້າເມືອງ, ແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ, ຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງຄົງເຊໂດນເຂົ້າຮ່ວມຢ່າງເປັນຂະບວນ.
ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທັງເປັນປະທານຈັດງານບຸນຊ່ວງເຮືອໄດ້ກ່າວໃຫ້ຮູ້ວ່າ: ຈຸດປະສົງໃນການຈັດງານຄັ້ງນີ້ ແມ່ນເພື່ອສືບສານວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ກໍຄືພໍ່ແມ່ພີ່ນ້ອງຊາວເມືອງຄົງເຊໂດນ ທີ່ສືບທອດກັນມາແຕ່ບູຮານນະການ, ທັງໃຫ້ຊາວໜຸ່ມ, ເຍົາວະຊົນ ຜູ້ທີ່ເກີດຮຸ່ນຫຼັງໄດ້ເຫັນຄຸນຄ່າຄວາມສຳຄັນຂອງມູນເຊື້ອວັດທະນະທຳ, ຮີດຄອງປະເພນີ ແລະເພື່ອສືບທອດປະເພນີໃຫ້ຍືນຍົງຕະຫຼອດໄປ ອີກຢ່າງໜື່ງກໍ່ເພື່ອສ້າງຄວາມສາມັກຄີຮັກແພງ ລະຫວ່າງບ້ານຕໍ່ບ້ານ ໃຫ້ມີຄວາມໜັກແໜ້ນ ແລະຄວາມເປັນມິດຕະພາບອັນສູງສົ່ງ, ສຳລັບປີນີ້ມີເຮືອເຂົ້າຮ່ວມການແຂ່ງຂັນທັງໝົດ 15 ເຫຼັ້ມ ໃນນັ້ນປະເພດເຮືອໃຫຍ່ 29-35 ສີພາຍມີ 4 ເຫຼັ້ມ, ເຮືອກາງ 22-25ສີພາຍ ມີ 5 ເຫຼັ້ມ, ເຮືອນ້ອຍ 12 ສີພາຍມີ 6 ເຫຼັ້ມ, ຜ່ານການແຂ່ງຂັນອັນດຸເດືອດທ່າມກາງສຽງເຊຍອັນສະໜັ່ນ ຕ່າງຝ່າຍຕ່າງສຸມເຮື່ອແຮງເພື່ອນຳເຮືອຂອງຕົນເຂົ້າສູ່ເສັ້ນໄຊ ຜົນການແຂ່ງຂັນປະເພດເຮືອໃຫຍ່ທີ 1 ໄດ້ແກ່ເຮືອບ້ານບືງກາງ ໄດ້ຮັບເງິນສົດ 4 ລ້ານກີບ ພ້ອມຂັນ 1 ໜ່ວຍ, ທີ2 ບ້ານບົວລະພາ ໄດ້ຮັບເງິນສົດ 3 ລ້ານກີບ, ທີ 3 ບ້ານນາຮັງ ໄດ້ຮັບເງິນສົດ 2 ລ້ານກີບ, ໂດຍໃຫ້ກຽດມອບລາງວັນໂດຍ ທ່ານ: ແຫວນເພັດ ລັດດາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄົງເຊໂດນ; ປະເພດເຮືອກາງຊາຍທີ 1 ບ້ານຈານລານເຊ ໄດ້ຮັບເງິນສົດ3 ລ້ານກີບພ້ອມຂັນ 1 ໜ່ວຍ, ທີ2 ບ້ານບົວລະພາ ໄດ້ຮັບເງິນສົດ 2 ລ້ານກີບ, ທີ3 ບ້ານນາຄຳ ໄດ້ຮັບເງິນສົດ 1 ລ້ານກີບ, ໂດຍການມອບລາງວັນໂດຍທ່ານ ກ່ຳ ແສງມະນີ ຮອງເລຂາພັກເມືອງ, ເຮືອກາງເພດຍິງທີ 1 ບ້ານບົວລະພາ ໄດ້ຮັບເງິນສົດ 3 ລ້ານກີບພ້ອມຂັນ 1 ໜ່ວຍ, ທີ2 ບ້ານຈານລານເຊ ເງິນສົດ 2 ລ້ານກີບ, ທີ3 ບ້ານບືງກາງ ເງິນສົດ 1 ລ້ານກີບ, ລຸ້ນ 12 ສີພາຍເພດຊາຍ ທີ 1 ໄດ້ແກ່ບ້ານຄົງໃຫຍ່ ໄດ້ຮັບເງິນສົດ 1.500.000 ກີບພ້ອມຂັນ 1 ໜ່ວຍ, ທີ2 ບ້ານປາກເຊືອກ ເງິນສົດ 1 ລ້ານກີບ, ທີ3 ບ້ານໂນນຄໍ້ ເງິນສົດ 5 ແສນກີບ, ເພດຍິງທີ 1 ໄດ້ແກ່ບ້ານ ປາກເຊືອກ ໄດ້ຮັບເງິນສົດ 1.500.000 ກີບພ້ອມຂັນ 1 ໜ່ວຍ, ທີ2 ບ້ານ ໂນນຄໍ້ ເງິນສົດ 1 ລ້ານກີບ, ທີ3 ບ້ານ ບົວລະພາ ເງິນສົດ 5 ແສນກີບ ມອບໂດຍ ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ນອກນັ້ນໃນພິທີຍັງໄດ້ມອບໃບຂອບໃຈໃຫ້ຜູ້ອຸປະຖຳໃນງານບຸນຄັ້ງນີ້ຕື່ມອີກ.
----------------------------
ໂດຍ ກິນດາວັນ

ボート・レース

Boat Racing in Lao

応援団体

応援団体

ປະຊາຊົນທີ່ມາຊົມມາເຊັຍເປັນກຳລັງໃຈ

観察人々

Prize for Winners

ິີ່ິີີ有勝




P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net