ື້News About LAOS

News About Lao ( Culture, Social, Events ,Festival, Economy)

投資計画大臣・経済政策会議

ラオスの投資計画大臣の経済政策会議を開催

ຄະນະສະເພາະກິດດ້ານເສດຖະກິດ ຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19
ຂປລ. ໃນວັນທີ 13 ກໍລະກົດ 2020, ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະ ທົບຈາກການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນຂະຫຍາຍນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ແຈ້ງອອກເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ.
ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ, ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງທຸກຂະແໜງການທີ່ກ່ຽວຂ້ອງ.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນຈະໄດ້ສຸມໃສ່ການຕີລາຄາການປະເມີນຜົນກະທົບໃນໄລຍະຜ່ານມາວ່າ ໄດ້ມີການແກ້ໄຂຄືແນວໃດ ເພື່ອພ້ອມກັນຄົ້ນຄວ້າ ກຳນົດທິດທາງວຽກງານຈຸດສຸມ ໃນການຟື້ນຟູເສດຖະກິດຂອງ ສປປ ລາວ ໃນ 6 ເດືອນທ້າຍປີ ແລະ ໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ບັນດາຂະແໜງການຕ່າງໆ ໃຫ້ເອົາໃຈໃສ່ຄົ້ນຄວ້າປຶກສາຫາລືຕໍ່ບັນດານະໂຍບາຍ ແລະ ມາດຕະການຜ່ອນຜັນຕ່າງໆ ເພື່ອຫລຸດຜ່ອນຜົນກະທົບ ແລະ ຄວາມຫຍຸ້ງຍາກຕໍ່ການດຳລົງຊີວິດ ແລະ ການດຳເນີນທຸລະກິດຢູ່ພາຍໃນປະເທດ ເປັນຕົ້ນແມ່ນ: ການຊຳລະສະສາງພັນທະຕ່າງໆ, ການຫລຸດຜ່ອນຄ່າບໍລິການພາກສັງຄົມ ແລະ ປະຊາຊົນ, ການສະໜອງທືນໃຫ້ແກ່ການດໍາເນີນທຸລະກິດຂະໜາດນ້ອຍ ແລະ ກາງ, ການຊຸກຍູ້ການຜະລິດກະສິກຳ, ການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ບັນຫາແຮງງານທີ່ກັບມາແຕ່ໄທ, ການດືງດູດການລົງທືນ ແລະ ອື່ນໆ.
ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ, ຮອງຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ກ່າວວ່າ: ນັບຕັ້ງແຕ່ ທ່ານນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງເລກທີ 31/ນຍ ແລະ ແຕ່ງຕັ້ງຄະນະສະເພາະກິດດ້ານເສດຖະກິດ ຕາມຂໍ້ຕົກລົງເລກທີ 32/ນຍ, ຄະນະຂອງພວກເຮົາໄດ້ເອົາໃຈໃສ່ປຶກສາຫາລືແບ່ງຄວາມຮັບຜິດຊອບຢ່າງເອົາໃຈໃສ່ ແລະ ໄດ້ຈັດກອງປະຊຸມຍູ້ ແລະ ຕິດຕາມການຜັນຂະຫຍາຍບັນ ດານະໂຍບາຍ ແລະ ມາດຕະການດັ່ງກ່າວຫລາຍຄັ້ງ ນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາ. ສິ່ງສຳຄັນແມ່ນໄດ້ລາຍງານ ແລະ ສະເໜີການປະເມີນ ແລະ ແກ້ໄຂບັນຫາດ້ານເສດຖະກິດ ຈາກຜົນກະທົບຂອງພະຍາດດັ່ງກ່າວ ໃນກອງປະຊຸມຮອງນາຍົກລັດຖະມົນຕີຫລາຍຄັ້ງ, ກອງປະຊຸມລັດຖະບານປະຈຳເດືອນ, ກອງປະຊຸມກົມການເມືອງສູນກາງພັກ ແລະ ສະພາແຫ່ງຊາດ.
ຂ່າວ: ສິງຄຳ, ພາບ: ຂັນໄຊ (ໜັງສືພີມ ປະເທດລາວ)

ソンサーイ ラオス投資計画大臣

ソンサーイラオス投資計画大臣

経済政策会議開催・国際機関も参加

経済政策会議の開催

日本JICAの役員を談業

ラオスの国際空港の協力



P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net