ື້News About LAOS

News About Lao ( Culture, Social, Events ,Festival, Economy)

ອົງການຢູນິເຊັບມອບອຸປະກອນ IT ໃຫ້ວິທະຍຸ 18 ແຂວງ ທົ່ວປະເທດ ມູນຄ່າ 60.000ໂດລາ

ຕອນບ່າຍວັນທີ 6 ມັງກອນ 2022 ອົງການຢູນີເຊັບໄດ້ມອບອຸປະກອນ IT ໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ ເພື່ອຊ່ວຍອຳນວຍຄວາມສະດວກໃຫ້ແກ່ການຈັດກິດຈະກໍາຕ່າງໆຂອງກຸ່ມສື່ຊາວໜຸ່ມໃນທົ່ວປະເທດ, ລວມທັງການຜະລິດລາຍການວິທະຍຸຂອງຊາວໜຸ່ມ, ການຝຶກອົບຮົມ, ການສົ່ງເສີມຄວາມຮັບຮູ້ທີ່ກ່ຽວຂ້ອງກັບເດັກຜ່ານສື່ສັງຄົມ ແລະຊ່ວຍອໍານວຍຄວາມສະດວກໃນການສື່ສານທາງອອນໄລ ລະຫວ່າງ ວິທະຍຸກະຈາຍສຽງແຫ່ງຊາດລາວ, ອົງການຢູນິເຊັບ ແລະທີມງານສື່ຊາວໜຸ່ມຂັ້ນແຂວງ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19. ການມອບອຸປະກອນ IT ໃນຄັ້ງນິ້ແມ່ນການຊ່ວຍເຫຼືອພາຍໃຕ້ໂຄງການລະຫວ່າງ ອົງການຢູນິເຊັບປະຈຳ ສປປ ລາວ ແລະ ຄະນະກຳມາທິການແຫ່ງຊາດອີຕາລີ ກ່ຽວກັບວິທະຍຸ, ສື່ສັງຄົມ ເລະການສ້າງທັກສະຕ່າງໆໃຫ້ແກ່ສຽງຊາວໜຸ່ມ.
ອຸປະກອນທີ່ໄດ້ມອບ-ຮັບໃນຄັ້ງນີ້ ລວມມີແລັບທັອບ18ເຄື່ອງໃຫ້ແກ່ກຸ່ມສື່ຊາວໜຸ່ມໃນ18 ແຂວງທົ່ວປະເທດ, ເຄື່ອງປະສົມສຽງ (mixer) ແລະ ຄອມພິວເຕີ iMac ຢ່າງລະຊຸດໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ວິທະຍຸກະຈາຍສຽງຊາວໜຸ່ມລາວຄື້ນFM90 ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວກ່າວໃນພິທີຄັ້ງນີ້ວ່າ: “ພວກເຮົາຂໍສະແດງຄວາມຂອບໃຈມາຍັງອົງການຢູນິເຊັບສຳລັບການສະໜັບສະໜຸນອັນມີຄ່ານີ້, ເຊີ່ງຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ກິດຈະກໍາຕ່າງໆຂອງກຸ່ມສື່ຊາວໜຸ່ມພາຍໃຕ້ສະພາບການທີ່ທ້າທາຍຂອງການລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນວ່າພວກເຮົາສາມາດສືບຕໍ່ວຽກງານສົ່ງເສີມ ແລະ ລາຍງານກ່ຽວກັບປະເດັນຕ່າງໆຂອງເດັກ ແລະ ຊາວໜຸ່ມລາວ.”
ນອກນັ້ນ, ພາຍໃຕ້ການຮ່ວມງານກັບຄະນະກຳມາທິການແຫ່ງຊາດອີຕາລີ, ອົງການຢູນິເຊັບຍັງໄດ້ມອບລະບົບໂທລະໂຄ່ງ 33 ຊຸດເພື່ອຊ່ວຍເຜີຍແຜ່ຂໍ້ມູນຂ່າວສານສໍາລັບຊຸມຊົນຊົນຢູ່ຊົນນະບົດໃນ 18 ແຂວງຂອງ ສປປ ລາວ ໃນຫົວຂໍ້ຕ່າງໆກ່ຽວກັບສະຫວັດດີພາບຂອງເດັກ ແລະແມ່ຍິງ ເຊັ່ນ: ການສັກວັກຊີນກັນພະຍາດ, ໂພຊະນາການ, ນໍ້າ ແລະ ສຸຂາພິບານ, ການສຶກສາ, ການປົກປ້ອງເດັກໂດຍຄຽງຄູ່ກັບຂໍ້ມູນຂ່າວສານກ່ຽວກັບການລະບາດຂອງພະຍາດໂຄວິດ-19. ລວມມູນຄ່າລວມຂອງອຸປະກອນ IT ແລະ ໂທລະໂຄ່ງທີ່ມອບໃນຄັ້ງນີ້ ແມ່ນ 60,000 ກ່ວາໂດລາສະຫະລັດ.
ທ່ານເດວິດ ດັນແຄນ (David Duncan), ວ່າການແທນ ຂອງຜູ້ຕາງໜ້າອົງການຢູນິເຊັບປະຈໍາ ສປປ ລາວ ກ່າວວ່າ: “ນັບແຕ່ປີ 2004 ເປັນຕົ້ນມາ, ວິທະຍຸກະຈາຍສຽງແຫ່ງຊາດລາວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ເຮັດວຽກຮ່ວມກັນກັບອົງການຢູນິເຊັບເພື່ອສົ່ງເສີມສະຫວັດດີພາບຂອງເດັກທຸກຄົນໃນ ສປປ ລາວ, ໂດຍສະເພາະເມື່ອເວົ້າເຖິງການມີສ່ວນຮ່ວມຂອງຊາວໜຸ່ມ. ພວກເຮົາຫວັງວ່າອຸປະກອນລ່າສຸດທີ່ໄດ້ສະໜອງໃຫ້ນີ້ ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມສື່ຊາວໜຸ່ມໃນທົ່ວປະເທດ ເພື່ອສົ່ງເສີມສະຫວັດດີພາບຂອງເດັກ ແລະ ຊາວໜຸ່ມລາວທັງໝົດພ້ອມທັງເພື່ອເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງກ່ຽວກັບການລະບາດຂອງພະຍາດໂຄວິດ-19 ເພື່ອຕ້ານຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ.”
ໃນປີ 2022 ນີ້, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຍັງຈະຈັດຕັ້ງປະຕິບັດໂຄງການໃຫ້ຄໍາປຶກສາເມື່ອສະຖານະການຂອງພະຍາດໂຄວິດ-19 ອະນຸຍາດໃຫ້ເຮັດໄດ້.
ນອກນີ້, ອົງການຢູນິເຊັບຍັງໄດ້ສະຫນອງໜ້າກາກອະນາໄມ ຈໍານວນ 1,800 ກັບ ເພື່ອມອບໃຫ້ນັກຈັດລາຍການໄວຫນຸ່ມ ໃນ 18 ແຂວງ ຂອງ ສປປ ລາວ. ອົງການຢູນີເຊັບ ຍັງໄດ້ສຫນອງເຄື່ອງວັດແທກອຸນຫະພູມອິນຟາເຣດ ເເລະເຈວລ້າງມື ເພື່ອຊ່ວຍຮັບປະກັນການປະຕິບັດວຽກງານສື່ຊາວໜຸ່ມໃຫ້ມີຄວາມປອດໄພຊ່ວງການລະບາດຂອງພະຍາດດັ່ງກ່າວ.
Lao Nationa Radio

f:id:netz96:20220106172155j:plain

UNICEF Assist Lao Fight COVID-19
P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net