ື້News About LAOS

News About Lao ( Culture, Social, Events ,Festival, Economy)

ທ່ານ ນາງ ໃບຄຳ ຂັດທິຍະ ຕ້ອນຮັບທູດຍີ່ປຸ່ນ ຄົນໃໝ່ ປະຈຳ ລາ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ KOBAYASHI Kenichi ເມື່ອວັນທີ 6 ມັງກອນ 2022 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ).
ໃນໂອກາດດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ KOBAYASHI Kenichi ໃນໂອກາດມາດໍາລົງຕຳແໜ່ງເປັນເອກອັກຄະຣາຊະທູດ ແຫ່ງຍີ່ປຸ່ນ ຄົນໃໝ່ ປະຈຳ ສປປ ລາວ. ໃນໂອກາດນີ້ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ. ການພົວພັນ ແລະ ຮ່ວມມື ລາວ-ຍີປຸ່ນ ແມ່ນມີຄວາມໃກ້ຊິດສະໜິດສະໜົມ ແລະ ມີຫຼາຍກົນໄກການຮ່ວມມືລະຫວ່າງກັນ ເພື່ອຂັບເຄື່ອນບັນດາແຜນງານການຮ່ວມມືສອງຝ່າຍຢ່າງເປັນປົກກະຕິ ເວົ້າລວມ, ເວົ້າສະເພາະກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍໄດ້ມີການຮ່ວມມືຊ່ວຍເຫຼືອ ໂດຍສະເພາະວຽກງານກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ວຽກງານຕອບໂຕຊຸກເສີນ, ວຽກງານຟື້ນຟູຫຼັງໄພພິບັດ, ວຽກງານຜູ້ພິການອາຍຸສູງ ແລະ ວຽກງານແຮງງານການຈັດສົ່ງແຮງງານໄປເຮັດວຽກຖືກຕ້ອງຕາມກົດໝາຍ, ການສ້າງ ແລະ ພັດທະນາສີມືແຮງງານ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານເອກອັກຄະຣາຊະທູດຍີປຸ່ນ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ອອກແຮງຊຸກຍູ້ໃຫ້ການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ຮັກສາໄດ້ມິດຕະພາບອັນໃກ້ຊິດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຍີປຸ່ນ. ພ້ອມນີ້ທ່ານທູດຍັງໄດ້ສະແດງຄວາມຍິນດີຢ່າງຈິງໃຈ ແລະ ແຈ້ງໃຫ້ທ່ານລັດຖະມົນຕີໄດ້ຮັບຊາບ ຕໍ່ກັບລັດຖະບານຍີ່ປຸ່ນເຫັນດີໃຫ້ການຊວ່ຍເຫຼືອງົບປະມານວຽກງານກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ຂອງໂຄງການປີ 2021 ແລະ ວຽກງານໄພພິບັດ.
ໃນໂອກາດນີ້, ທ່ານລັດຖະມົນຕີ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຜ່ານທ່ານທູດໄປຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ລວມທັງການສະໜັບສະໜູນ ແລະ ໃຫ້ຄວາມຊ່ວຍເຫຼືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວວຽກງານທູດທີ່ມີກຽດສູງສົ່ງຢູ່ ສປປ ລາວ.
(ຂ່າວ-ພາບ: ຂ່າວສານ ຮສສ)

f:id:netz96:20220107125027j:plain

f:id:netz96:20220106172155j:plain

f:id:netz96:20220107124950j:plain

f:id:netz96:20220104185522j:plain

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອນຮັບທູດຍີ່ປຸ່ນຄົນໃໝ່
P.O.Box 073, Lak 20, Khamkeut, Bolikhamxay, Laos PDR
Tel:(+81-80)68906012 (WhatApp)
Email: bounthone21@hotmail.com
URL: http://jpandco.great-site.net